ແຂວງບໍລິຄໍາໄຊ ຈັດກອງປະຊຸມເຜີຍແຜ່ເນື້ອໃນສໍາຄັນ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບປີ 2024-2028

ໃນວັນທີ 01 ຕຸລາ 2024 ຄະນະໂຄສະນາອົບຮົມແຂວງ ສົມທົບກັບຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນສໍາຄັນ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບປີ 2024-2028 ຂຶ້ນ, ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານໂດຍ ສະຫາຍ ປອ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄໍາໄຊ, ມີຄະນະບໍລິຫານງານພັກແຂວງ, ຄະນະກອງບັນຊາການ ປກຊ-ປກສ, ຄະນະເລຂາທິການສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ບໍລິສັດ-ລັດວິສາຫະກິດອ້ອມຂ້າງແຂວງ, ເລຂາ-ຮອງເລຂາພັກເມືອງ, ນາຍ ແລະ ພົນທະຫານທະຫານ, ນາຍ ແລະ ພົນຕໍາຫຼວດຕໍາຫຼວດ ເຂົ້້າຮ່ວມທັງໜົົດ 228 ສະຫາຍ, ຍິງ 51 ສະຫາຍ.

ກອງປະຊຸມດັ່ງກ່າວໄດ້ເຜີຍແຜ່ ຄວາມເປັນມາຂອງການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ແລະ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບທໍາອິດ (2019-2023), ສະບັບທີ 2 (2024-2028), ເພື່ອ​ເຮັດ​ໃຫ້​ຄະນະ​ພັກ​ແຕ່ລະ​ຂັ້ນ ​ຮັບ​ຮູ້-​ເຂົ້າ​ໃຈ ກ່ຽວ​ກັບສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ເຊິ່ງເປັນປັດໄຈສໍາຄັນອັນໜຶ່ງ ຄໍ້າປະກັນຜົນສໍາເລັດຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮົາ ໃນປັດຈຸບັນ ແລະ ອະນາຄົດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa