ແຂວງບໍລິຄໍາໄຊ ຈັດຕັ້ງເຜີຍແຜ່-ເຊື່ອມຊຶມມະຕິ ກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍໃໝ່

 

ໃນຕອນເຊົ້າຂອງວັນທີ 19 ກໍລະກົດ 2024 ຄະນະໂຄສະນາອົບຮົມແຂວງ ສົມທົບກັບຫ້ອງວ່າການແຂວງ ຈັດກອງປະຊຸມ ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍໃໝ່ ຢູ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານ ແລະ ບັນຍາຍເອກສານ ຂອງສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງບໍລິຄຳໄຊ, ມີຄະນະບໍລິຫານງານພັກແຂວງ, ຄະນະເລຂາທິການສະພາປະຊາຊົນແຂວງ, ຄະນະພັກ ກອງບັນຊາການ ປກຊ-ປກສ ແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຫົວໜ້າຂະແໜງ,  ບໍລິສັດ, ລັດວິສາຫະກິດ ອ້ອມຂ້າງແຂວງເຂົ້າຮ່ວມ 164 ທ່ານ, ຍິງ 42 ທ່ານ.

ເພື່ອ​ເຮັດ​ໃຫ້​ຄະນະ​ພັກ​ແຕ່ລະ​ຂັ້ນ, ສະມາຊິກ​ພັກ, ພະນັກງານ-ລັດຖະກອນ ​ແລະ ປະຊາຊົນ​ຊັ້ນ​ຄົນ​ຕ່າງໆ​ຮັບ​ຮູ້​ເຂົ້າ​ໃຈ ກ່ຽວ​ກັບ ການ​ສ້າງ​ເສດ ຖະກິດ ​ເອກະລາດ ​ເປັນ​ເຈົ້າຕົນ​ເອງ ​ແລະ ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​ພັນທະ, ໜ້າ​ທີ ຂອງ​ແຕ່​ລະ​ພາກສ່ວນ​ຢ່າງ​ທົ່ວ​ເຖິງ, ​ເພື່ອ​ເປັນ​ການ​ສ້າງ​ບາດກ້າວ​ບຸກ​ທະລຸ​ໃນ​ການ​ພັດທະນາ, ຮັບປະກັນ​ໃຫ້​ແກ່​ການຈະ​ເລິນ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ດ້ວຍ​ຈັງຫວະ​ທີ່​ໝັ້ນ​ທ່ຽງ ​ແລະ ຕໍ່​ເນື່ອງ ຮັບປະກັນ​ການ​ພັດທະນາ​​ແບບ​ຢືນ​ຍົງ ຕາມ​ທິດ ສ້າງ​ເສດຖະກິດ ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​ໄລຍະ​ໃໝ່ ​ເຊິ່ງ​ເປັນ​ເງື່ອນ​ໄຂ​ພື້ນຖານ​ຮັບປະກັນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-​ການ​ເງິນ ກໍ່​ຄື​ການ​ພັດທະນາ​ເສດຖະກິດ​ຕະຫຼາດ ຢູ່​ພາຍ​ໃນ​ແຂວງ ​​ເພື່ອ​ແນ​ໃສ່​ການ​ແກ້​ໄຂ​ບັນຫາ​ຕົວ​ຈິງ​ຂອງ​ພັກ, ຂອງ​ຊາດ​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ, ​ແຂງ​ແຮງ​ກວ່າ​ເກົ່າ, ​ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ ຕໍ່​ການ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ ​ໃນ​ການ​ສືບ​ຕໍ່​ນຳພາ​ແຂວງ​ໃຫ້​ລຸດພົ້ນ​ອອກ​ຈາກ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-​ການ​ເງິນ ໃນຕອນທ້າຍ ທ່ານ ຍັງໄດ້ຮຽກຮ້ອງໃຫ້ ເລຂາຄະນະບໍລິຫານງານພັກເມືອງ, ກຳລັງປະກອບອາວຸດ, ຄະນະພັກ, ຄະນະພະແນກ, ອົງການ​ທຽບ​ເທົ່າອ້ອມຂ້າງແຂວງ ປຸກລະດົມຂະບວນການປູກຈິດສໍານຶກ ກ່ຽວກັບການສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດ ແນວທາງສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ສູ່ລວງເລິກ. ບັນດາຂະແໜງການເສດຖະກິດຕ້ອງເປັນເຈົ້າການເອື້ອອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການທຸລະກິດ ບົນພື້ນຖານລະບຽບກົດໝາຍ, ເປັນກໍາລັງຂັບເຄື່ອນໃຫ້ແກ່ການພັດທະນາ ປະເທດຊາດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa