ແຂວງບໍລິຄໍາໄຊ ເປີດກອງປະຊຸມ ສະຫຼຸບວຽກງານວຽກງານການເມືອງ-ແນວຄິດ ແລະ ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາປີ 2023

ກອງປະຊຸມສະຫຼຸບຕີລາຄາວຽກງານວຽກງານການເມືອງ-ແນວຄິດ ແລະ ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາປີ 2023 ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 14 ພຶດສະພາ 2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ດວງຕາ ມໍລະຄາສຸກ ກໍາມະການປະຈໍາພັກແຂວງ, ປະທານກວດກາພັກ, ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງແຂວງ, ຮອງຫົວໜ້າຄະນະຮັບຜິດຊອບວຽກງານການເມືອງ-ແນວຄິດ ແລະ ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງ, ມີຄະນະຮັບຜິດຊອບວຽກງານການເມືອງ-ແນວຄິດ ແລະ ຕິດ ຕາມ, ເກັບ ກໍາສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງ, ເລຂາພັກເມືອງ, ຄະນະປະຈໍາພັກເມືອງ ແລະ ຄະນະໂຄສະນາອົບຮົມ 07 ຕົວເມືອງ ເຂົ້າຮ່ວມຈໍານວນ 51 ສະຫາຍ, ຍິງ 12 ສະຫາຍ.

ກອງປະຊຸມ ໄດ້ພ້ອມກັນຮັບຟັງຮ່າງບົດສະຫຼຸບການເຄື່ອນໄຫວວຽກງານການເມືອງ-ແນວຄິດ ແລະ ຫາງສຽງສັງຄົມ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ແລະ ຟັງການລາຍງານຈາກຄະນະໂຄສະນາອົບຮົມ 07 ເມືອງ ກ່ຽວກັບການເຄື່ອນໄຫວວຽກງານດັ່ງກ່າວຢູ່ຂັ້ນເມືອງ; ນອກນັ້ນ ຍັງໄດ້ເປີດກວ້າງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ປະ ກອບຄໍາຄິດຄໍາເຫັນຕໍ່ການເຄື່ອນໄຫວປະຕິບັດວຽກງານແນວຄິດ-ຫາງສຽງສັງ ຄົມ ໃນໄລຍະ 01 ປີຜ່ານມາ, ພ້ອມທັງ ໄດ້ຮັບ ຮອງເອົາບັນດາທິດທາງແຜນການຈໍານວນໜຶ່ງໃນ ປີ 2024.

ຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ປອ ດວງຕາ ມໍລະຄາສຸກ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງວຽກງານດັ່ງກ່າວ ແມ່ນວຽກງານທີ່ຈໍາເປັນຕໍ່ບົດບາດການ ນໍາພາ-ຊີ້ນໍາຂອງພັກ ແລະ ການຄຸ້ມຄອງຂອງລັດ ໃນການນໍານົດແນວທາງນະໂຍ ບາຍໃຫ້ຖືກຕ້ອງ-ສອດ ຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ, ທ່ານຍັງໄດ້ຮຽກຮ້ອງໃຫ້ການນໍາຂອງເມືອງ ພ້ອມດ້ວຍຄະນະຮັບຜິດ ຊອບຂັ້ນແຂວງ-ຂັ້ນເມືອງ ໃຫ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃນການເຄື່ອນໄຫວປະຕິບັດໜ້າທີ່, ກໍາໃຫ້ໄດ້ອັນໃດແມ່ນບັນຫາຫາງສຽງສັງຄົມດ້ານຕັ້ງໜ້າທີ່ຕ້ອງໄດ້ເສີມຂະຫຍາຍ ແລະ ອັນໃດແມ່ນຫາງສຽງດ້ານຫຍໍ້ທໍ້ທີ່ຕ້ອງໄດ້ພາກັນສຸມໃສ່ແກ້ໄຂໃຫ້ທັນສະພາບການ ແລະ ຖືກຕ້ອງ-ສອດຄ່ອງກັບລະບຽບກົດໝາຍ, ເພື່ອໃຫ້ສັງຄົມມີຄວາມສະຫງົບ ແລະ ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດເຮົາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa