ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມດໍາເນີນຊີວິດການເມືອງ ແລະ ທາບທາມບຸກຄະລາກອນ ຮອບ 2

ກອງປະຊຸມດໍາເນີນຊີວິດການເມືອງ ແລະ ທາບທາມບຸກຄະລາກອນ ຮອບ 2 ຂອງໜ່ວຍພັກຄະນະໂຄສະ ນາອົບຮົມແຂວງ ໄດ້ຈັດຂຶ້ນໃນລະ ຫວ່າງ ວັນທີ 19-20 ກັນຍາ 2024 ຢູ່ທີ່ຫ້ອງປະຊຸມເບີ 05 ຂອງຫ້ອງວ່າການແຂວງ, ໂດຍການໃຫ້ກຽດເຂົ້າຂອງ ສະຫາຍ ບຸນສົງ ເພັດຈະເລີນ ກໍາ ມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາຄະນະພັກ, ສະມາຊິກພັກ-ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ແລະ ຄະນະຮັບຜິດ ຊອບ ຕິດຕາມ, ຊຸກຍູ້ກອງປະຊຸມໃຫຍ່ຂັ້ນແຂວງ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ໄດ້ເຜີຍແຜ່-ເຊື່ອມຊຶມ 04 ເອກະ ສານສໍາຄັນກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

ພາຍຫຼັງເຜີຍແຜ່-ເຊື່ອມຊຶມເອກະສານແລ້ວ, ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ 02 ພາກ ແລະ ຮ່າງບົດສໍາຫຼວດການນໍາພາຂອງຄະນະພັກຄະນະໂຄສະນາອົບຮົມແຂວງ ໃນໄລຍະ 05 ປີ ຜ່ານມາ (2019-2024), ພ້ອມທັງ ດໍາເນີນການສໍາຫຼວດ ກວດກາ ຕີລາຄາຄືນ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງສະມາ ຊິກພັກ, ພະນັກງານ ໃນໄລຍະຜ່ານມາ ແລະ ໃນຕອນທ້າຍກອງປະຊຸມ ໄດ້ທາບທາມບຸກຄະລາກອນຮອບ 02 ເພື່ອປະກອບເຂົ້າໃນກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa