ວັນທີ 22 ທັນວາ 2025 ຢູ່ຫ້ອງປະຊູມຂອງຕົນ ໜ່ວຍພັກຮາກຖານ ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ໄດ້ເປີດບັນດຳເນີນຊີວິດການເມືອງທາບທາມບຸກຄະລາກອນ ຮອບທີ 1 ຂຶ້ນໃຫ້ກຽດເຜີຍແຜ່ເຊື່ອມຊືມເອກະສານສໍາຄັນຕ່າງໆ ຂອງສະຫາຍ ໂກ່ ໄຊສົມບັດ ກຳມະການພັກແຂວງ ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ,ມີບັນດາຄະນະຊຸກຍູ້ບັ້ນດຳເນີນຊີວິດການເມືອງຂັ້ນແຂວງ, ພະນັກງານຫຼັກແຫຼ່ງ,ສະມາຊິກພັກພາຍໃນເຂົ້າຮ່ວມ.
ໂອກາດດັ່ງກ່າວ ສະຫາຍ ໂກ່ ໄຊສົມບັດ ໄດ້ເຜີຍແຜ່ເຊື່ອມຊືມ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 ເພື່ອເປັນການປັບປຸງພາຍໃນພັກໃຫ້ມີຄວາມປອດໃສເຂັ້ມແຂງ ແລະ ໜັກແໜ້ນຮັບປະກັນການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນຳຂອງພັກ, ຖືກຕາມລະບຽບຂອງພັກ ເພີ່ມທະວີຄວາມສາມັກຄີຍົກສຸງຄວາມສາມາດນຳພາ ແລະ ກຳລັງແຮງສູ້ຮົບຂອງການຈັດຕັ້ງພັກເສີມຂະຫຍາຍປະຊາທິປະໄຕ ເຊີດຊູສະຕິປັນຍາຄວາມຮັບຜິດຊອບຂອງພັກແຕ່ລະຂັ້ນໃນລະບົບການເມືອງ ,ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ,ສະມາຊິກພັກພະນັກງານບັ້ນດຳເນີນຊີວິດການເມືອງຄັ້ງນີ້ຈະໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ແລະ ບົດສຳຫຼວດການນຳພາຂອງຄະນະພັກພ້ອມທັງປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານດັ່ງກ່າວ ແລະ ຜ່ານມາດຖານເງື່ອນໄຂຜູ້ທີ່ຈະລົງສະໝັກ ແລະ ຈະໄດ້ປ່ອນບັດທາບທາມບຸກຄະລາກອນຜູ້ທີ່ມີມາດຖານເງື່ອນໄຂຕື່ມອີກ.