
ໃນວັນທີ 8 ທັນວາ 2025 ນີ້, ພະນັກງານ-ລັດຖະກອນ ທີ່ຂື້ນກັບພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງບໍລິຄໍາໄຊ, ໄດ້ຫວນຄືນມູນເຊື້ອ 2 ວັນປະຫວັດສາດ ຂອງຊາດ ຄື: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ( 2 ທັນວາ 1975-2 ທັນວາ 2025) ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920-13 ທັນວາ 2025 ) ແລະ ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງບໍລິຄໍາໄຊ, ໂດຍໃຫ້ກຽດເຜີຍແຜ່ເອກະສານຂອງ ທ່ານ ໂກ່ ໄຊສົມບັດ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີບັນດາພະນັກງານ-ລັດຖະກອນ, ທີ່ຂື້ນກັບພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງເຂົ້າຮ່ວມຮັບຟັງ.
ໂອກາດນີ້ທ່ານໄດ້ຍົກໃຫ້ເຫັນເຖິງ ປະຫວັດ ແລະ ມູນເຊື້ອຄວາມເປັນມາ ຂອງວັນສໍາຄັນທາງປະຫວັດສາດ, ກ່ຽວກັບຂະບວນການຕໍ່ສູ້ ເພື່ອປົດປ່ອຍຊາດ, ຕ້ານກັບຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ເຊີ່ງປະຊາຊົນລາວບັນດາເຜົ່າ ຖືກກົດຂີ່ຂູດຮີດຢ່າງໂຫດຮ້າຍປ່າເຖື່ອນ, ບໍ່ມີສິດເສລີພາບ, ລະບົບການບໍລິຫານ ແມ່ນຖືກຄວບຄຸມບັນຊາດ້ວຍຂ້າລາດຊະການຈັກກະພັດ ແລະ ຜູ້ທີ່ມີອໍານາດຢູ່ແຕ່ລະທ້ອງຖິ່ນ ແຕ່ກອງທັບ ແລະ ປະຊາຊົນລາວເດັດຂາດບໍ່ຍອມຈໍານົນ, ໄດ້ຕໍ່ສູ້ຢ່າງພິລະອາດຫານ, ຜ່ານຂະບວນການຕໍ່ສູ້ອັນຍືດເຍື້ອຍາວນານ, ໄດ້ມີຫຼາຍເຫດການສໍາຄັນ, ມີທັງເຫດການປະລາໄຊ ແລະ ມີທັງເຫດການໄຊຊະນະຫຼາຍໆ ບັ້ນຮົບ ທີ່ໄດ້ຖືກຈາລຶກໄວ້ໃນໜ້າປະຫວັດສາດ ຂອງຊາດລາວ ເປັນຕົ້ນແມ່ນ: ການຜ່າວົງປິດລ້ອມ ຂອງກອງພັນທີ 2 ຢູ່ທົ່ງໄຫຫີນຊຽງຂວາງ, ຜູ້ນໍາແນວລາວຮັກຊາດໂຕນອອກຈາກຄຸກໂພນເຄັງ, ການຢຶດອໍານາດການປົກຄອງດ້ວຍ 3 ບາດຄ້ອນຍຸດທະສາດ ແບບບົວບໍ່ຊໍ້າ, ນໍ້າບໍ່ຂຸ່ນ, ແຕ່ຈັບປາໄດ້ໝົດ ແລະ ເຫດການອື່ນໆ ຈົນໃນທີ່ສຸດກໍ່ກ້າວໄປເຖິງໄຊຊະນະຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ໂອກາດນີ້ ທາ່ນ ຍັງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ເຊິ່ງທ່ານ ເປັນຜູ້ນໍາທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ມີແບບແຜນວິທີນໍາພາ, ວິທີເຮັດວຽກທີ່ດີ, ມີຄຸນສົມບັດສິນທໍາປະຕິວັດໜັກແໜ້ນ ແລະ ເປັນແບບຢ່າງນໍາພາເຕົ້າໂຮມຄວາມສາມັກຄີ, ທົ່ວປວງຊົນລາວບັນດາເຜົ່າ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫ່ຍຄັ້ງທີ VIII ຂອງອົງຄະນະພັກແຂວງບໍລິຄໍາໄຊຕື່ມອີກ. 