
ພິທີປິດສະຫຼຸບ ມອບໃບຍ້ອງຍໍ ໃຫ້ກັບຄະນະນໍາ – ຄູຝຶກ ແລະ ເງິນອັດສີດໃຫ້ກັບນັກກິລາໃນການເຂົ້້າຮ່ວມ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 8 ທັນວາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງບໍລິຄໍາໄຊ. ມີຕາງໜ້າພະແນກການ – ບໍລິສັດ – ວິສາຫະກິດ ຄະນະນໍາ – ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ໃນພິທີ ທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງ. ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນການເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ງານມະຫາກໍາກິລາແຫ່ງຊາດໄຂຂຶ້ນຢ່າງເປັນທາງການລະຫວ່າງວັນທີ 15-25 ພະຈິກ 2025 ແບ່ງເປັນ 3 ໝວດປະເພດກິລາ ແຂວງບໍລິຄໍາໄຊ ໄດ້ສົ່ງການ
ນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 275 ຄົນ, ຍິງ 48 ຄົນ ໃນນັ້ນ ສະເພາະນັກກິລາ ຈໍານວນ 175 ຄົນ, ຍິງ 43 ຄົນ. ໃນ 16 ປະເພດກິລາ, ປະເພດ ແລ່ນ-ລານ: (ຊ-ຍ), ບານເຕະ (ຊ) – ກະຕໍ້-ຊີນລອນ (ຊາຍ-ຍິງ), ເປຕັ່ງ (ຊ-ຍ), ດອກປີກໄກ່ (ຊ-ຍິງ), ມວຍສາກົນ (ຊ-ຍ), ມວຍລາວ (ຊ), ມວຍວູຊູ (ຊ-ຍ), ມວຍ ປັນຈະຊີລັດ ຊາຍ), ໝາກເສິກ (ຊ-ຍ), ໜ້າເກັກ (ຊາຍ-ຍິງ), ບານສົ່ງຫາດຊາຍ (ຊາຍ), ເທຄວັນໂດ (ຊາຍ-ຍິງ), ເພາະກາຍ (ຊາຍ), ລັກບີ່ (ຊາຍ-ຍີງ), ປະເພດກິລາຊ່ວງເຮືອ 12 ສີພາຍ (ຊາຍ), ຊ່ວງເຮືອ 22 ສີພາຍ ຜ່ານການເຄື່ອນໄຫວແຂ່ງຂັນຕົວຈິງ ຂອງກິລາແຕ່ລະປະເພດ ຜົນການແຂ່ງຂັນມີ ດັ່ງນີ້: ກິລາມວຍສາກົນ (ຊາຍ-ຍິງ): ຜົນການແຂ່ງຂັນ: ໄດ້ຮັບ ຫຼຽນຄໍາ 2 ຫຼຽນ, ຫຼຽນເງິນ 1 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ ກິລາມວຍວູຊູ (ຊາຍ): ຜົນການແຂ່ງຂັນ: ໄດ້ຮັບ ຫຼຽນຄໍາ 1 ຫຼຽນ, ຫຼຽນເງິນ 3 ຫຼຽນ ແລະ ຫຼຽນທອງ 5 ຫຼຽນ ກິລາໝາກເສິກ (ຍິງ-ຊາຍ): ຜົນການແຂ່ງຂັນ ໄດ້ຮັບຫຼຽນ ຄໍາ 1 ຫຼຽນ, ຫຼຽນເງິນ 2 ຫຼຽນ, ທອງ 1 ຫຼຽນ ລວມ 4 ຫຼຽນ. ກິລາຊ່ວງເຮືອ (ຊາຍ) 22 ສີພາຍ: ຜົນການແຂ່ງຂັນ ໄດ້ຮັບຫຼຽນ ຄໍາ 1 ຫຼຽນ ແຂ່ງຂັ້ນ ໄລຍະ 500ແມັດ ແລະ ຫຼຽນເງິນ 1 ຫຼຽນ ຊ່ວງໃນ ໄລຍະ 250 ແມັດ ແລະ ກີລາຊ່ວງເຮືອ (ຊາຍ) 12 ສີພາຍ: ຜົນການແຂ່ງຂັນ ໄດ້ຮັບຫຼຽນ ທອງ 1 ຫຼຽນ ໃນການແຂ່ງຂັນ ໄລຍະ 500ແມັດ. ກິລາເປຕັ່ງ (ຊາຍ-ຍິງ), ຜົນແຂ່ງການແຂ່ງຂັນ ໄດ້ ຫຼຽນຄໍາ 1 ຫຼຽນ ໄດ້ຈາກ ທີມຊູດປະສົມ (2 ຍິງ+1 ຊາຍ) ປະສົມ ແລະ ຫຼຽນທອງ 1 ຫຼຽນ: ໄດ້ຈາກ ທີມຊູດປະສົມ (2 ຊາຍ+1 ຍີງ) ປະສົມ. ກິລາມວນປັນຈັກຊີລັດ (ຊາຍ): ຜົນການແຂ່ງ ຂັນ ໄດ້ 2 ຫຼຽນເງິນ ແລະ 2 ຫຼຽນທອງ. ກິລາກະຕໍ້-ຊີນລອນ (ຊາຍ-ຍິງ): ຜົນແຂ່ງຂັນໄດ້ 4 ຫຼຽນທອງ. ກິລາມວຍເທຄວັນໂດ (ຊາຍ): ຜົນແຂ່ງຂັນໄດ້ 2 ຫຼຽນທອງ. ກິລາເພາະກາຍ (ຊາຍ): ຜົນແຂ່ງຂັນໄດ້ 2 ຫຼຽນທອງ. ກິລາດອກປີກໄກ່ (ຊາຍ-ຍິງ): ຜົນແຂ່ງຂັນໄດ້ 1 ຫຼຽນທອງ, ຄູ່ປະສົມ (ຍິງ-ຊາຍ). ກິລາຣັກບີ້ (ຊາຍ-ຍິງ): ຜົນແຂ່ງຂັນໄດ້ 1 ຫຼຽນທອງ ແລະ ບານເຕະ (ຊາຍ): ນັກກິລາ 20 ຄົນ, ລົງແຂ່ງຂັນ 4 ຄັ້ງ ສະເໝີ1 ຄັ້ງ, ຊະນະ 1 ຄັ້ງ, ເສຍ 2 ຄັ້ງ ມີ 4 ຄະແນນ ຜົນການແຂ່ງຂັນຕົກຮອບຄັດເລືອກ. ສ່ວນປະເພດກິລາ ກິລາແລ່ນ-ລານ – ກິລາບານສົ່ງຫາດຊາຍ – ກິລາໜ້າ ເກັກ ແລະ ກິລາມວຍລາວ ຜົນການແຂ່ງຂັນ: ບໍ່ໄດ້ຫຼຽນ. ສັງລວມແລ້ວ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ແຂວງບໍລິຄໍາໄຊ ໄດ້ສົ່ງເຂົ້າຮ່ວມແຂ່ງຂັນທັງໝົດ 16 ປະເພດກິລາ, ຜົນການແຂ່ງຂັນໄດ້ຮັບຫຼຽນ 6 ຫຼຽນຄໍາ, 9 ຫຼຽນເງີນ 21 ຫຼຽນທອງ ລວມຫຼຽນທັງໝົດ 36 ຫຼຽນ ຈັດຢູ່ອັນດັບທີ 13 ໃນຈຳນວນ 21 ພາກສວ່ນເຂົ້້າຮ່ວມ ໃນທົ່ວປະເທດ.
ພ້ອມນີ້ໃນຕ້ອນທ້າຍຂອງພິທີ ຍັງໄດ້ຮັບຟັງການຂຶ້ນຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງບໍລິຄໍາໄຊ ວ່າດ້ວຍການມອບໃບຍ້ອງຍໍ – ຊົມເຊີຍ ພ້ອມດ້ວຍເງິນລາງວັນອັດສີດ ໃຫ້ກັບນັກກິລາ ຄະນະນໍາ, ຄູຝຶກ ໃນແຕ່ລະປະເພດ ຕະຫຼອດຮອດ ບັນດາບໍລິສັດວິສາຫະກິດໃນດ້ານຕ່າງໆພາຍໃນແຂວງ ທີ່ໄດ້ໃຫ້ການອຸປະຖໍາ-ຊຸກຍູ້ວັດຖຸ-ປັດໃຈ ເຮັດໃຫ້ການເຂົ້້າຮ່ວມ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ມີຜົນສໍາເລັດລຸລ່ວງຕາມທິດທາງແຜນການທີ່ວາງໄວ້ ຕາງໜ້າຄະນະນໍາຂອງແຂວງ ໃຫ້ກຽດຂຶ້ນມອບໃບຍ້ອງຍໍໃນຄັ້ງນີ້ໂດຍແມ່ນ ທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ.