
ໃນອາທິດຜ່ານມານີ້ ຢູ່ທີ່ຫ້ອງຮັບຮອງຂອງແຂວງ ທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ປອ ອານົງ ຍອຍສາຍຄຳ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະທີ່ມາເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄຳໄຊ ທ່ານ ປອ ອານົງ ຍອຍສາຍຄຳ ຮອງປະທານສານປະຊາຊົນສູງສຸດ ກໍ່ໄດ້ລາຍງານໂດຍຫຍໍ້ກ່ຽວກັບການມາເຮັດວຽກໃນຄັ້ງນີ້ ໂດຍສະເພາະແມ່ນ ປະກາດຊັບຊ້ອນຕໍາແໜ່ງງານຢູ່ສານແຂວງບໍລິຄຳໄຊ ໃຫ້ທ່ານປະທານຄະນະກຳມະການປົກຄອງແຂວງໄດ້ຮັບຮູ້ ແລະ ທ່ານປະທານປົກຄອງແຂວງກໍ່ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານທີ່ໄດ້ມາເຮັດວຽກ ແລະ ຢ້ຽມຢາມແຂວງບໍລິຄຳໄຊຄັ້ງນີ້ ແລະ ກໍ່ໄດ້ລາຍງານສະພາບການວຽກງານພາຍໃນແຂວງບໍລິຄຳໄຊ ໂດຍຫຍໍ້ໃຫ້ທ່ານໄດ້ຮັບຮູ້ໃນການຈັດຕັ້ງປະຕິບັດວຽກງານຂອງແຂວງ.