ໃນວັນທີ 4 ທັນວາ 2025 ທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ແລະ ທ່ານ ສະຫວັນເພັດ ຈັນທະວົງສາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງທ່າພະບາດ ພ້ອມດ້ວຍຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ລົງຊຸກຍູ້, ຕິດຕາມ ການກໍ່ສ້າງເສັ້ນທາງ ແລະ ສະຖານທີ່ຈະກຽມເປີດໂຮງງານຫຼອມເຫຼັກກ້າ ຂອງບໍລິສັດ ເຫຼັກກ້າລາວ ໝາຍເລກ 1 ຈຳກັດ ຈາກນັ້ນໄດ້ລົງຊຸກຍູ້, ຕິດຕາມໂຮງງານຊີລີຄ໋ອນ ບ້ານທ່າບົກ.
ການລົງຊຸກຍູ້ໃນຄັ້ງນີ້ແມ່ນໄດ້ຮັບຟັງການລາຍງານຫຍໍ້ໃນການຈັດຕັ້ງປະຕິບັດຈາກບັນດາເຈົ້າຂອງກິດຈະການເປັນຕົ້ນແມ່ນ: ຮັບຟັງການລາຍງານຈາກໂຮງງານຊີລີຄ໋ອນ ບໍລິສັດ ລາວຊິລິຄອນ ຈຳກັດ ກໍ່ຕັ້ງຂື້ນໃນປີ 2006 ເປັນການລົງທຶນຮ່ວມລະຫວ່າງ ຕ່າງປະເທດ (ຈີນ) ແລະ ບໍລິສັດ 20 ມັງກອນ ພັດທະນາ (ກະຊວງປ້ອງກັນປະເທດ) ທຶນທັງໝົດ 30 ລ້ານ USD ແລະ ທຶນຈົດທະບຽນ 10 ລ້ານ USD ໄດ້ຮັບອະນຸຍາດໃຫ້ດໍາເນີນກິດຈະການໂຮງງານ ຊິລິຄ໋ອນ ເພື່ອສົ່ງອອກ 100% ໂດຍໃຊ້ວັດຖຸດິບພາຍໃນປະເທດ. ບໍ່ແມ່ນໂຄງການສຳປະທານລັດຖະບານ, ບໍ່ມີເຂດສຳປະທານຂອງຕົນເອງ, ບໍ່ມີໃບອະນຸຍາດຂຸດຄົ້ນປຸງແຕ່ງ ແຮ່ທາດ, ມີແຕ່ໃບອະນຸຍາດດຳເນີນກິດຈະການໂຮງງານ. ປີ 2007 ໄດ້ສ້າງຕັ້ງໂຮງງານ ແຫ່ງທີ 01 ຂຶ້ນຢູ່ເຂດອຸດສາຫະກໍານະຄອນຫຼວງວຽງຈັນ 2007 – 2016 ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຄຸ້ມຄອງ, ມາໃນ ປີ 2020 ບໍລິສັດ ໄດ້ສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງໂຮງງານ ແຫ່ງທີ 02 ຢູ່ເຂດ ບ້ານທ່າບົກ, ເມືອງທ່າພະບາດ, ແຂວງບໍລິຄຳໄຊ, ຈາກນັ້ນ ປີ 2021 ຈື່ງໄດ້ຕັດສິນໃຈສ້າງຕັ້ງ ໂດຍນໍາໃຊ້ຜົນກຳໄລຈາກໂຮງງານ ແຫ່ງທີ 01. ມີມູນຄ່າການລົງທືນທັງໝົດ ປະມານ 51 ລ້ານ USD, ມາຮອດປັດຈຸບັນລົງທືນແລ້ວ ປະມານ 40 ລ້ານUSD. ມີກຳລັງຜະລິດ 27,000 ໂຕນ/ປີ ຈາກແຜນ 54,000 ໂຕນ/ປີ ນໍາໃຊ້ໄຟຟ້າ 45 MW ຈາກແຜນທັງໝົດ 90 MW ໃນລະດັບແຮງດັນ 115 kV, ຄ່າຊົມໃຊ້ໄຟຟ້າ 2 ລ້ານ USD/ເດືອນ ຂື້ນກັບກໍາລັງການຜະລິດ. ມີພະນັກງານ-ກຳມະກອນ ຈາກເມື່ອກ່ອນ ຈຳນວນທັງໝົດ 478 ຄົນ, ປັດຈຸບັນເຫຼືອ 69 ຄົນ ໃນນັ້ນ ແຮງງານພາຍໃນ 59 ຄົນ ແລະ ຕ່າງປະເທດ 10 ຄົນ. ບໍລິສັດຍັງໄດ້ລົງທຶນກໍ່ສ້າງສາຍສົ່ງໄຟຟ້າ ແລະ ສະຖານີຂະຫຍາຍ, ລວມເຖິງການສ້າງເສັ້ນທາງຄອນກີຼດຍາວ 4 ກິໂລແມັດຈາກເສັ້ນທາງແຍກ 13 ໃຕ້ ເຂົ້າຫາໂຮງງານ, ໄດ້ພັດທະນາເຂດພື້ນຖານໂຄງລ່າງເຂດທີ່ຕັ້ງໂຄງການ ເຊັ່ນ: ປັບປຸງເສັ້ນທາງດິນແດງໃຫ້ເປັນທາງຄອນກຣີດ ແລະ ສ້າງຕາຂ່າຍໄຟຟ້າ ດ້ວຍເງີນທືນບໍລິສັດ 100%, ເຮັດໃຫ້ປະຊາຊົນໃນເຂດດັ່ງກ່າວ ສາມາດເຊື່ອມຕໍ່ຕາຂ່າຍຂອງບໍລິສັດ ໂດຍບໍ່ເສຍຄ່າໃດໆ. ຂະບວນການຜະລິດຊີລີຄອນໂລຫະ ຂອງບໍລິສັດ ແມ່ນຄ້າຍຄືກັບຂະບວນການຜະລິດຊີມັງ: ການຜະລິດຊີລີຄອນແມ່ນນໍາໃຊ້ຫີນຄວາສ (SiO2) ປະສົມກັບຖ່ານ ຈາກນັ້ນນໍາມາຫຼອມດ້ວຍເຕົາໄຟຟ້າຄວາມຮ້ອນສູງ 1,800 ອົງສາ ເພື່ອຜະລິດເປັນວັດສະດຸອຸດສາຫະກໍານຳໃຊ້ເຂົ້າໃນເຄື່ອງເອເລັກໂທຼນິກ. ຫຼັງຈາກນັ້ນບັນດາຫ້ອງການທີ່ກ່ຽວຂ້ອງໄດ້ແນະນຳ ແລະ ອະທິບາຍເຖິງລະບຽບຫລັກການເພື່ອເຮັດໃຫ້ເຈົ້າຂອງກິດຈະການໄດ້ຮັບຮູ້ ແລະ ເຂົ້າໃຈໃນການດຳເນີນທຸລະກິດທີ່ຖືກຕ້ອງຕາມກົດຫມາຍ. ໂອກາດດັ່ງກ່າວ; ທ່ານ ເລຂາພັກເມືອງໄດ້ມີຄຳເຫັນໂອ້ລົມຕໍ່ເຈົ້າຂອງກິດຈະການ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການພັດທະນາກິດຈະການຕ່າງໆ ເຊິ່ງທຸກກິດຈະການລ້ວນແຕ່ໄດ້ຮັບໝາກຜົນເປັນຢ່າງດີ ແລະ ກາຍເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມຂອງແຂວງ ກໍ່ຄືຂອງເມືອງ ທ່າພະບາດ ໃຫ້ນັບມື້ຈະເລີນສີວິໄລ.