ເມືອງໄຊຈໍາພອນສ້າງຂະບວນການ ຍ່າງເພື່ອສຸຂະພາບ

 
ຂະບວນການຍ່າງອອກກໍາລັງກາຍເພື່ອສຸຂະພາບ ສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 3 ທັນວາ 2025 ຢູ່ທີ່ເສັ້ນທາງເທດສະບານເມືອງ ໂດຍເປັນກຽດເຂົ້າຮ່ວມກ່າວເປີດພິທີຂອງ ທ່ານ ໄກສອນ ຈັນສີນາ ເລຂາຄະນະບໍລິຫານງານພັກ ເມືອງໄຊຈໍາພອນ, ມີບັນດາ ທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ ສອງກໍາລັງ ປກຊ-ປກສ ພະນັກງານລັດຖະກອນ, ນ້ອງນ້ອຍນັກຮຽນ ແລະ ມວນຊົນເຂົ້າຮ່ວມຢ່າງເປັນຂະບວນການອັນຟົດຟື້ນ.
ການຍ່າງອອກກໍາລັງກາຍເພື່ອສຸຂະພາບໃນຄັ້ງນີ້ ແມ່ນໄດ້ເລີ່ມແຕ່ຈຸດເຊື່ອມຕໍ່ຊາຍເເດນລະຫວ່າງ ບ້ານວັງບານ ແລະ ບ້ານນໍ້າອ້ອນໄປຫາຈຸດສາມແຍກທາງລົງໄປຫາໂຮງໝໍເມືອງ ມີໄລຍະເສັ້ນທາງກວ່າ 1 ກິໂລເເມັດ ຈຸດປະສົງກໍໍ່ເພື່ອເປັນການສົ່ງເສີມການອອກກໍາລັງກາຍເພື່ອສຸຂະພາບ ທັງເປັນການສ້າງຂະບວນການສະເຫຼີມສະຫຼອງ 2 ວັນປະຫວັດສາດຊາດລາວໃຫ້ມີບັນຍາກາດຄຶກຄື້ນເບີກບານມ່ວນຊື່ນ, ມີເນື້ອໃນຄວາມໝາຍຢ່າງເລິກເຊິ່ງເປັນການຢັ້ງຢືນຜົນງານ ແລະ ໄຊຊະນະໃນການນໍາພາ-ຊີ້ນໍາຂອງພັກປະຊາຊົນປະຕິວັດລາວອັນສະຫຼາດສ່ອງໃສ ໃນໄລຍະ 50 ປີຜ່ານມາ ພາຍຫຼັງປົດປ່ອຍປະເທດຊາດ ແລະ ໄດ້ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດບ້ານເມືອງເວົ້າລວມ, ເວົ້າສະເພາະເມືອງໄຊຈໍາພອນໃຫ້ມີຄວາມຈະເລີນຮຸ່ງເຮືອງເຕີບໃຫ່ຍເຂັ້ມແຂງຂຶ້ນໄປເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa