ສະຫາຍເລຂາພັກແຂວງບໍລິຄໍາໄຊ ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຮອງປະທານຄະນະກໍາມະການ ແນວໂຮມປະເທດຊາດ ແຂວງກ່າເມົາ ສສ ຫວຽດນາມ

 
ວັນທີ 5 ທັນວາ 2025 ນີ້ ຢູ່ທີ່ຫ້ອງຮັບຮອງຂອງແຂວງ ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ເລຂາພັກແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບການເຂົ້າພົບປະ ຢ້ຽມຢາມ ການລົງມາເຄື່ອນໄຫວ ເຮັດວຽກຢູ່ແຂວງບໍລິຄໍາໄຊ ຂອງ ທ່ານ ເລ ແທັງ ຈ່ຽວ ຮອງປະທານຄະນະກໍາມະການແນວໂຮມປະເທດຊາດ ແຂວງ ກ່າເມົາ ສສ ຫວຽດນາມ.
ຈຸດປະສົງຂອງການເຂົ້າພົບປະຢ້ຽມຢາມ ລະຫວ່າງການນໍາທັງສອງຝ່າຍໃນຄັ້ງນີ້ ກໍ່ເພື່ອສືບຕໍ່ ຮັດແໜ້ນຄວາມສາມັກຄີ ລະຫວ່າງສອງແຂວງໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນກ່ວາເກົົ່າ ພ້ອມທັງແນໃສ່ເຮັດໃຫ້ເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈ ກ່ຽວ
ກັບການຮ່ວມມືລະຫວ່າງສອງແຂວງໃຫ້ເປັນຮູບປະທຳ ໂດຍອີງໃສ່ມິດຕະພາບແບບດັ່ງເດີມ ແລະ ສາຍພົວພັນທີ່ໃກ້ຊິດມາດົນນານ. ນອກຈາກນັ້ນ, ແນວລາວສ້າງຊາດຂອງສອງແຂວງຍັງໄດ້ປຶກສາຫາລືກ່ຽວກັບທິດທາງການປະສານງານໃນດ້ານຕ່າງໆ ຮ່ວມກັນໃນຕໍ່ໜ້າຕື່ມອີກ, ທັງນີ້ກໍ່ເພຶ່ອເສີມສ້າງສາຍພົວພັນທີ່ໃກ້ຊິດລະຫວ່າງປະຊາຊົນຂອງສອງທ້ອງຖິ່ນໃຫ້ພັດທະນາໄປສູ່ລະດັບໃໝ່.
ໂອກາດດັ່ງກ່າວ ສະຫາຍເລຂາພັກແຂວງ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ ແລະ ການຊ່ວຍ
ເຫຼືອທີ່ແຂວງ ກ່າເມົາ (ເມື່ອກ່ອນແມ່ນແຂວງບາກລຽວ) ທີ່ໄດ້ໃຫ້ການຊ່ວຍເຫຼຶອ ແຂວງບໍລິຄໍາໄຊ ຕະຫຼອດໄລຍະຜ່ານມາ ບໍ່ວ່າຈະເປັນວຽກງານການສຶກສາ ວຽກງານສາທາລະນະສຸກ, ວຽກງານກະສິກໍາ ແລະ ວຽກງານດ້ານອື່ນໆ ພ້ອມດຽວກັນນັ້ນທັງສອງຝ່າຍຍັງໄດ້ພ້ອມກັນປຶກສາຫາລືແຜນການຮ່ວມມື ແລະ ພັດທະນາວຽງານໃນດ້ານຕ່າງໆຮ່ວມກັນໃນຕໍ່ໜ້າ ທັງນີ້ກໍ່ເພຶ່ອແນໃສ່ເພີ່ມທະວີ ການແລກປ່ຽນຂໍ້ມູນຂ່າວສານ – ການແບ່ງປັນປະສົບການໃນການພັດທະນາເສດຖະກິດ-ສັງຄົມ ຂອງທັງສອງຝ່າຍ ໃຫ້ມີຄວາມຈະເລີນເຕີບໂຕ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຫຼັງຈາກນັ້ນໃນຕອນເຊົ້າຂອງວັນດຽວກັນ ທ່ານ ພັນເອກ ໃຈເພັດ ວົງແສນສົມ ຄະນະກຳມະການພັກກະຊວງປ້ອງກັນປະເທດ ເລຂາຄະນະພັກກອງພົນ, ຫົວໜ້າການເມືອງກອງພົນທະຫານຮາບທີ 4 ພ້ອມດ້ວຍຄະນະ ຍັງໄດ້ນໍາເອົາກະຕ່າຂອງຂັວນເຂົ້າອວຍພອນ ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາພັກແຂວງບໍລິຄຳໄຊ ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບແຂວງ, ພ້ອມດ້ວຍຄະນະ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ( 02-12-1975/02-12-2025 ) ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ໂອກາດດັ່ງກ່າວ ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ໄດ້ຕາງໜ້າການນໍາກອງພົນທະຫານຮາບທີ 4 ຕະຫຼອດພະນັກງານ-ນັກຮົບທົ່ວກົມກອງ ຖືເອົາໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວ ນໍາເອົາຄວາມສາມັກຄີຮັກແພງ ອັນສະໜິດສະໜົມ, ໄມຕີຈິດມິດຕະພາບ ແລະ ຄວາມອົບອຸ່ນ ພ້ອມກະຕ່າຂອງຂັວນມາອວຍພອນ ການນໍາແຂວງ ຕະຫລອດປະຊາຊົນພາຍໃນແຂວງ ເພື່ອຊົມເຊີຍ ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ 8 ຂອງຄະນະບໍລິຫານງານພັກແຂວງ ແລະ ວັນສະຖາປະນາ ຄົບຮອບ 50 ປີ ອວຍພອນແດ່ຄະນະພັກ – ຄະນະນໍາ ນາຍ ແລະ ພົນທະຫານ – ນາຍ ແລະ ພົນຕຳຫຼວດທຸກທົ່ວໜ້າ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງ ຈົ່ງມີສຸຂະພາບເຂັ້ມແຂງ – ແຂງແຮງປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ນໍາພາພັດທະນາແຂວງບໍລິຄໍາໄຊ ກ້າວ ຂຶ້ນ ສູ່ຄວາມຮຸ່ງເຮືອງ ສີວິໄລ ແລະ ສືບຕໍ່ອຸ້ມຊູຊ່ວຍເຫລືອ ກໍາລັງປະກອບອາວຸດ ເວົ້າລວມ, ເວົ້າສະເພາະ ຊ່ວຍເຫລືອປັບປຸງກໍ່ສ້າງກອງພົນທະຫານຮາບທີ 4 ໃຫ້ເຕີບໃຫຍ່ ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa