ຝຶກອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປີ 2025

ຊຸດຝຶກອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ, ຊຸດທີ II ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2025 ນີ້, ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ, ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານ ຂອງທ່ານ ນາງ ສຸດສະດາ ໂສພາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາມະຫາຊົນຜູ້ກ້າວໜ້າ ທີ່ມາຈາກພະແນກການ, ຂະແໜງການ, ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ 42 ຄົນ, ຍິງ 22 ຄົນ.
ຈຸດປະສົງໃນການຈັດຊຸດອົບຮົມໃນຄັ້ງນີ້, ເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໄດ້ຮັບຮູ້ ແລະ ເຂົ້າໃຈ, ກ່ຽວກັບປະຫວັດສາດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງ ພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ, ບົນພື້ນຖານຄວາມຮັບຮູ້-ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ໃຫ້ມີມາດຖານ ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ, ເພື່ອເພີ່ມກໍາລັງແຮງໃຫ້ແກ່ພັກນັບມື້ນັບຫຼາຍຂື້ນ, ຊຸດຝຶກອົບຮົມໃນຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ-ເຊື່ຶອມຊຶມເອກະສານ ຈໍານວນ 13 ຄໍາຖາມ-ຄໍາຕອບ ແບບກົງໄປກົງມາ, ເຊິ່ງເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ມີຄວາມສົນໃຈ ແລະ ນໍາໄປຈັດຕັ້ງປະຕິບັດ, ຝືກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນໃນຕໍ່ໜ້າ, ພ້ອມນີ້ໃນພິທີ ຍັງໄດ້ມີການມອບ-ຮັບໃບຢັ້ງຢືນ ໃຫ້ແກ່ສໍາມະນາກອນທີ່ເຂົ້າຝຶກອົບຮົມ ໃຫ້ກຽດມອບໂດຍ ທ່ານ ນາງ ສຸດສະດາ ໂສພາ ຮອງຫົວໜ້າຄະນະໂຄສະນາອົບແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa