ປະທານຄະນະກວດກາພັກ-ອົງການກວດກາລັດແຂວງ ເຜີຍເເຜ່ເຊື່ອມຊຶມນິຕິກໍາວຽກງານກວດກາຢູ່ ເມືອງໄຊຈໍາພອນ

  
ເພື່ອຍົກສູງຕໍ່ວຽກງານຄະນະກວດກາພັກ ແລະ ອົງການກວດກາລັດ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ໄດ້ໄດ້ລົງຈັດຕັ້ງປະຕິບັດ ແລະ ໄດ້ເຄື່ອນໄຫວຕາມສິດພາລະບົດບາດໜ້າທີ່ຂອງຕົນນັ້ນ ໃນທ້າຍອາທິດຜ່ານມານີ້ຢູ່ທີ່ຫ້ອງປະຊຸມເບີ1 ຂອງເມືອງໄດ້ເປີດກອງປະຊຸມເຊື່ອມຊຶມນິຕິກໍາກ່ຽວກັບວຽກງານກວດກາ ແລະ ລົງຊຸກຍູ້ວຽກງານກວດການຕາມສາຍຕັ້ງປະຈໍາປີ 2025 ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ສົມສົດ ແສງອາພອນ ຄະນະປະຈໍາພັກເເຂວງ ປະທານຄະນະກວດກາພັກ, ອົງການການກວດກາລັດ ແຂວງບໍລິຄໍາໄຊ, ມີບັນດາສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກຜູ້ຮັບຜິດຊອບວຽກງານກວດກາໜ່ວຍພັກເຂົ້າຮ່ວມ.
ໃນວາລະຂອງກອງປະຊຸມ ສະຫາຍ ປະທານໄດ້ນໍາເອົາເນື້ອໃນນິຕິກໍາເອກກະສານທີ່ສໍາຄັນມາເຊື່ອມຊຶມຜັນຂະຫຍາຍເປັນຕົ້ນເເມ່ນ: ກົດໝາຍວ່າດ້ວຍກວດກາລັດ ກົດໝາຍວ່າດ້ວຍຕ້ານການສໍ້ລາດບັງຫຼວງ ແລະ ກົດໝາຍວ່າດ້ວຍຄໍາຮ້ອງ-ຄໍາສະເໜີ ຈຸດປະສົງກໍ່ເພື່ອເເນໃສ່ເຮັດໃຫ້ເລຂາຄະນະໜ່ວຍພັກຕະຫຼອດຮອດສະມາຊິກພັກໄດ້ກໍາແໜ້ນຕໍ່ເນື້ອໃນນິຕິກໍາຢ່າງເລິກເຊິ່ງແລ້ວພ້ອມກັນນໍາໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນ ເຮັດໃຫ້ວຽກງານດັ່ງກ່າວຢູ່ພາຍໃນເມືອງໄຊຈໍາພອນ ນັບມື້ນັບເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ ໂອກາດທີ່ ສະຫາຍປະທານຄະນະກວດກາພັກ, ອົງການການກວດກາລັດແຂວງ ໄດ້ລົງເຄື່ອນໄຫວ ວຽກງານໃນຄັ້ງນີ້ຍັງໄດ້ນໍາເອົາຄອມພີວເຕີຕັ້ງໂຕະ 1 ໜ່ວຍ ເເລະ ປິຼ່ນເຕີ່ 1 ໜ່ວຍ ລວມມູນຄ່າ 14.500.000 ກີບ ມອບໃຫ້ຫ້ອງການກວດກາພັກ-ລັດ ເມືອງໄຊຈໍາພອນ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານທີ່ສໍາຄັນຂອງຫ້ອງການ, ຈາກນັ້ນໃນເວລາຕໍ່ມາ ປະທານຄະນະກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະ ຍັງໄດ້ເຮັດວຽກຮ່ວມກັບ ຫ້ອງການກວດກາພັກ-ລັດເມືອງ ໂດຍໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານກວດກາປະຈໍາ 2025 ຂອງຄະນະກວດກາພັກ-ອົງການກວດກາລັດເມືອງ ພ້ອມທັງຄົ້ນຄວ້າປຶກສາຫາລື ແລກປ່ຽນຄໍາຄິດເຫັນ, ຂໍ້ສະເໜີຕໍ່ກັບບັນຫາທີ່ຍຸ້ງຍາກທີ່ຈະຕ້ອງປັບປຸງເເກ້ໄຂໃນຕໍ່ໜ້າ ເພື່ອເປັນທິດທາງ ແລະ ບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ເຄື່ອນໄຫວໄປຕາມທິດທາງເເຜນການເປົ້າໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa