ວັນທີ 8 ທັນວາ 2025 ນີ້ ຢູ່ຫ້ອງຮັບຮອງຂອງແຂວງບໍລິຄໍາໄຊ ທ່ານ ຄຳແຫວນ ປັນຍານຸວົງ ປະທານ ຄະນະກຳມະການປົກຄອງແຂວງບໍລິຄຳໄຊ ພ້ອມດ້ວຍຄະນະໄດ້ເປັນກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງທ່ານ ນາງ ມີນາ ສີວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ. ໃຫ້ກຽດນໍາພາຄະນະເດີນທາງເຂົ້າຮ່ວມພົບປະຢ້ຽມຢາມຄັ້ງນີ້ ມີທ່ານ ລົມເຢັນ ສີສຸວົງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ຈຸດປະສົງໃນການເຂົ້າພົບປະຢ້ຽມຢາມການນໍາຂອງແຂວງບໍລິຄໍາໄຊ ຂອງຄະນະສູນກາງຊາວໜຸ່ມໃນຄັ້ງນີ້ ກໍ່ເພື່ອເປັນການລາຍງານສະພາບລວມໂດຍຫຍໍ້ ຕໍ່ກັບການເຄື່ອນໄຫວ ວຽກງານຮ່ວມກັບ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໃຫ້ກັບຄະນະນໍາຂອງແຂວງໄດ້ຮັບຊາບ. ໂດຍສະເພາະແມ່ນການ ຈັດພິທີຝຶກອົບຮົມ ສ້າງຄວາມສາມາດໃນການນຳໃຊ້ ປື້ມຄູ່ມືໂຄສະນາປ່ຽນແປງພຶດຕິກຳເພື່ອສັງຄົມ, ຄູ່ມືທັກສະຊີວິດໃຫ້ຜູ້ບໍລິການສາຍດ່ວນໃຫ້ຄຳປຶກສາຂອງແຂວງບໍລິຄຳໄຊ ທັງນີ້ກໍ່ເພຶ່ອແນໃສ່ຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ. ດັ່ງທີ່ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜານນາມຊາວໜຸ່ມວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດ ໄດ້ຮັບການຜັນຂະຫຍາຍເປັນການກະທໍາ ປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງ ໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກິດຂອງຕົນ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວເດີນຕາມເສັ້ນທາງສັງຄົມນິຍົມ.