
ວັນທີ 11 ທັນວາ 2025 ນີ້ ພະນັກງານ-ລັດຖະກອນ ທີ່ຂຶ້ນກັບພະແນກການເງິນແຂວງ ຫວນຄືນມູນເຊື້ອ 2 ວັນປະຫວັດສາດຂອງຊາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ( 2 ທັນວາ 1975-2 ທັນວາ 2025),ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920-13 ທັນວາ 2025 ) ໂດຍໃຫ້ກຽດເຜີຍແຜ່ເອກະສານ ແລະ ປະດັບຫຼຽນຂອງທ່ານ ບຸນລ້ຽງ ດວງສະເພົາທອງ ຄະນະປະຈໍາພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ມີບັນດາຮອງຫົວໜ້າພະແນກ, ຫົວໜ້າຂະແໜງ-ຮອງຂະແໜງ, ພະນັກງານ-ລັດຖະກອນ, ທີ່ຂື້ນກັບພະແນກການເງິນແຂວງ ເຂົ້າຮ່ວມ.
ໂອກາດດັ່ງກ່າວທ່ານໄດ້ ເຜີຍແຜ່ບັນດາປະຫວັດຄວາມເປັນມາ ເຊີ່ງທ່ານໄດ້ຍົກໃຫ້ເຫັນເຖິ່ງ ປະຫວັດ ແລະ ມູນເຊື້ອຄວາມເປັນມາ ຂອງວັນສໍາຄັນທາງປະຫວັດສາດ ກ່ຽວກັບຂະບວນການຕໍ່ສູ້ ເພື່ອປົດປ່ອຍຊາດ ຕ້ານກັບຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ເຊີ່ງປະຊາຊົນລາວບັນດາເຜົ່າ ຖືກກົດຂີ່ຂູດຮີດຢ່າງໂຫດຮ້າຍປ່າເຖື່ອນ ບໍ່ມີສິດເສລີພາບ ລະບົບການບໍລິຫານແມ່ນຖືກຄວບຄຸມບັນຊາດ້ວຍຂ້າລາດຊະການຈັກກະພັດ ແລະ ຜູ້ທີ່ມີອໍານາດຢູ່ແຕ່ລະທ້ອງຖິ່ນ ແຕ່ກອງທັບ ແລະ ປະຊາຊົນລາວ ເດັດຂາດບໍ່ຍອມຈໍານົນ ໄດ້ຕໍ່ສູ້ຢ່າງພິລະອາດຫານ ຜ່ານຂະບວນການຕໍ່ສູ້ອັນຍືດເຍື້ອຍາວນານ ໄດ້ມີຫຼາຍເຫດການສໍາຄັນ ມີທັງເຫດການປະລາໄຊ ແລະ ມີທັງເຫດການໄຊຊະນະຫຼາຍໆບັ້ນຮົບ ທີ່ໄດ້ຖືກຈາລຶກໄວ້ ໃນໜ້າປະຫວັດສາດ ຂອງຊາດລາວເປັນຕົ້ນແມ່ນ ການຜ່າວົງປິດລ້ອມ ຂອງກອງພັນທີ 2 ຢູ່ທົ່ງໄຫຫີນຊຽງຂວາງ ຜູ້ນໍາແນວລາວຮັກຊາດໂຕນອອກຈາກຄຸກໂພນເຄັງ ການຢຶດອໍານາດການປົກຄອງດ້ວຍ 3 ບາດຄ້ອນຍຸດທະສາດ ແບບບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ ແຕ່ຈັບປາໄດ້ໝົດ ແລະ ເຫດການອື່ນໆ ຈົນໃນທີ່ສຸດກໍ່ກ້າວໄປເຖິງໄຊຊະນະຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975,

ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ເຊິ່ງທ່ານ ເປັນຜູ້ນໍາທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງ ກ້າຄິດ ກ້າເຮັດ ກ້າຮັບຜິດຊອບ ມີແບບແຜນວິທີນໍາພາວິທີເຮັດວຽກທີ່ດີ ມີຄຸນສົມບັດສິນທໍາປະຕິວັດໜັກແໜ້ນ ແລະ ເປັນແບບຢ່າງນໍາພາເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນລາວບັນດາເຜົ່າ, ຕອນທ້າຍຍັງໄດ້ປະດັບຫຼຽນ50 ປີ ໃຫ້ພະນັກງານອາວູໂສບຳນານ ແລະ ພະນັກງານຫຼັກແຫຼ່ງທີ່ຂຶ້ນກັບພະແນກການເງິນແຂວງຈຳນວນ 144 ສະຫາຍ, ຍິງ 39 ສະຫາຍ
