
ວັນທີ 12 ທັນວາ 2025 ນີ້ ທີຫ້ອງປະຊມເບີ 2 ຂອງແຂວງ ບໍລິຄໍາໄຊ ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມແນະນຳການຈັດຕັ້ງປະຕິບັດກິດຈະກຳຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມຈາກພາຍຸ “ວິພາ” ຈຳນວນ 1,601 ຄອບຄົວ, 74 ບ້ານ, 9 ເມືອງ 3 ແຂວງຄື: ແຂວງ ໄຊຍະບູລີ, ຫຼວງພະບາງ ແລະ ແຂວງ ບໍລິຄຳໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ບີນີຕາ ໂປເດວ ຜູ້ຕາງໜ້າອົງການກາແດງສະວິດ ປະຈຳລາວ, ມີບັນດາພະນັກງານຫຼັກແຫຼ່ງຈາກອົງການກາແດງແຫ່ງຊາດ, ອົງການກາແດງແຂວງກ່ຽວຂ້ອງ, ຕາງໜ້າຈາກກະຊວງການຕ່າງປະເທດ, ຕາງໜ້າເມືອງເປົ້າໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການລາຍງານສະພາບນໍ້າຖ້ວມ ແລະ ຜົນກະທົບທີ່ເກີດຂຶ້ນຕໍ່ຊີວິດຄົນ, ເສດຖະກິດ, ພື້ນຖານໂຄງລ່າງ, ການຜະລິດ, ເຮືອນຊານ, ຊັບສິນຂອງປະຊາຊົນ ຜ່ານຂັ້ນຕອນການດຳເນີນງານຕ່າງໆ ການແຕ່ງຕັ້ງຄະນະຮັບຜິດຊອບ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ພາບລວມຂອງໂຄງການ ຂັ້ນຕອນດຳເນີນການຂໍການສະໜັບສະໜູນງົບປະມານຊ່ວຍເຫຼືອສຸກເສີນຈາກອົງການກາແດງສະວິດ ນອກນັ້ນຍັງໄດ້ພ້ອມກັນແລກປ່ຽນປະກອບຄຳເຫັນຢ່າງກົງໄປກົງມາ ເພືີ່ອໃຫ້ການຈັດຕັັ້ງປະຕິບັດກິດຈະກຳ ໃຫ້ປະສົບຜົນສຳເລັດ ໂດຍ ສະເພາະແມ່ນການແຈກຢາຍເງິນສົດ ແບບບໍ່ມີເງືີ່ອນໄຂ ໃຫ້ແກ່ຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ຢູ່ແຕ່ລະ ທ້ອງຖິ່ນ ໃຫ້ມີປະສິດທິພາບ ປະສິດທິຜົນ ທັງຮັບປະກັນຄວາມຖືກຕ້ອງຕາມລະບຽບການ ແລະ ຮ່ວມກັນວາງແຜນການລົງແຈກຢາຍ.
ການຊ່ວຍເຫຼືອຄັ້ງນີ້ແມ່ນອີງໃສ່ ຄະນະຮັບຜິດຊອບຂອງອົງການກາແດງແຫ່ງຊາດລາວ ໄດ້ລົງສໍາຫຼວດພື້ນທີ່ຕົວຈິງໃນເດືອນຜ່ານມາ ເພື່ອຢັ້ງຢືນຂໍ້ມູນຄອບຄົວຜູ້ໄດ້ຮັບຜົນກະທົບ ພ້ອມບັນທຶກຄວາມເສຍຫາຍຢ່າງລະອຽດ ເພື່ອໃຊ້ເປັນຂໍ້ມູນພື້ນຖານໃນການວາງແຜນຊ່ວຍເຫຼືອ ເຊິ່ງຜົນການວິເຄາະການຊ່ວຍເຫຼືອຄັ້ງນີ້ຈະໄດ້ຈັດຕັ້ງ ໃນຮູບແບບເງິນສົດ ແບບບໍ່ມີເງື່ອນໄຂ ແບ່ງເປັນ 4 ລະດັບ ໃນການຊ່ວຍເຫຼືອ ເພື່ອໃຫ້ຄອບຄົວຜູ້ປະສົບໄພສາມາດນໍາໃຊ້ເງິນຈໍານວນດັ່ງກ່າວ ໄປຊື້ສິ່ງຂອງທີ່ຈຳເປັນ ເພື່ອແກ້ຊີວິດການເປັນຢູ່ຂອງຄອບຄົວໃຫ້ເຂົ້າສູ່ສະພາບປົກກະຕິ.