ຄະນະພັກຮາກຖານ ຫ້ອງວ່າການແຂວງ ເປີດບັ້ນດຳເນີນຊີວິດການເມືອງ ທາບທາມບຸກຄະລາກອນຮອບທີ 2

ວັນທີ 15 ທັນວາ 2025 ຢູ່ຫ້ອງປະຊູມຂອງຕົນ ຄະນະພັກຮາກຖານຫ້ອງວ່າການແຂວງ ໄດ້ເປີດບັນດຳເນີນຊີວິດການເມືອງທາບທາມບຸກຄະລາກອນ ຮອບທີ 2 ຂຶ້ນໃຫ້ກຽດເຜີຍແຜ່ເຊື່ອມເຊືອມເອກະສານສໍາຄັນຕ່າງໆ ຂອງສະຫາຍ ເພັດສະໄໝ ໄຊຍະທີຈັກ  ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ , ສະຫາຍ ທອງມະນີ ໂຄດປັນຍາ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ,ມີບັນດາຄະນະຊຸກຍູ້ບັ້ນດຳເນີນຊີວິດການເມືອງຂັ້ນແຂວງ, ພະນັກງານຫຼັກແຫຼ່ງ,ສະມາຊິກພັກພາຍໃນເຂົ້າຮ່ວມ.

ໂອກາດດັ່ງກ່າວ ສະຫາຍ ເພັດສະໄໝ ໄຊຍະທິຈັກ ໄດ້ເຜີຍແຜ່ເຊື່ອມຊືມ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະດຳເນີນກອງປະຊຸມໃຫຍ່3 ຂັ້ນຂອງພັກສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 ເພື່ອເປັນການປັບປຸງພາຍໃນພັກໃຫ້ມີຄວາມປອດໃສເຂັ້ມແຂງ ແລະ ໜັກແໜ້ນຮັບປະກັນການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນຳຂອງພັກ, ຖືກຕາມລະບຽບຂອງພັກ ເພີ່ມທະວີຄວາມສາມັກຄີຍົກສຸງຄວາມສາມາດນຳພາ  ແລະ ກຳລັງແຮງສູ້ຮົບຂອງການຈັດຕັ້ງພັກເສີມຂະຫຍາຍປະຊາທິປະໄຕ ເຊີດຊູສະຕິປັນຍາຄວາມຮັບຜິດຊອບຂອງພັກແຕ່ລະຂັ້ນໃນລະບົບການເມືອງ ,ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ,ສະມາຊິກພັກພະນັກງານບັ້ນດຳເນີນຊີວິດການເມືອງຄັ້ງນີ້ຈະໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ແລະ ບົດສຳຫຼວດການນຳພາຂອງຄະນະພັກພ້ອມທັງປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານດັ່ງກ່າວ ແລະ ຜ່ານມາດຖານເງື່ອນໄຂຜູ້ທີ່ຈະລົງສະໝັກ ແລະ ຈະໄດ້ປ່ອນບັດທາບທາມບຸກຄະລາກອນຜູ້ທີ່ມີມາດຖານເງື່ອນໄຂຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa