
ພິທີເຊັນສັນຍາວ່າດ້ວຍການລົງທຶນສໍາປະທານ ກໍ່ສ້າງລະບົບນໍ້າປະປາ ແລະ ການບໍລິການຢູ່ບ້ານປາກກະດິງເໜືອ, ເມືອງປາກກະດິງ, ແຂວງບໍລິຄຳໄຊໄດ້ຈັດຂຶ້ນໃນວັນທີ 22 ທັນວາ 2025 ຢູ່ທີຫ້ອງປະຊຸມ ລັດວິສາຫະກິດນໍ້າປະປາ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ຄູນພະໄຊ ຄະນະປະຈຳພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ, ທ່ານ ວິໄຊ ພູມີ ກຳມະການພັກແຂວງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ທ່ານ ທາກູຢະ ໂຮໂຊທານິ ປະທານບໍລິສັດໂຕເກັມມິລາວ ຈຳກັດ,ມີບັນດາຕາໜ້າພະແນກການທີກ່ຽວຂ້ອງ ອໍານວຍການ,ຮອງອໍານວຍການລັດວິສາຫະກິດນໍ້າປະປາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ບໍລິສັດໂຕເກັມມິລາວ ຈຳກັດ ມີສໍານັກງານຕັ້ງຢູ່ ທີ່ ບ້ານ ໂພນທັນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ເຊິ່ງເປັນຜູ້ສໍາປະທານກໍ່ສ້າງລະບົບນໍ້າປະປາ ແລະ ການບໍລິການ ແມ່ນມີຄວາມຕ້ອງການ ສໍາປະທານ ກໍ່ສ້າງລະບົບນໍ້າປະປາ ແລະ ການບໍລິການຢູ່ບ້ານປາກກະດິງເໜືອ, ເມືອງປາກກະດິງ ກຳນົດເວລາສຳປະທານ 26 ປີ ລວມໄລຍະກໍ່ສ້າງ ເລີ່ມແຕ່ມື້ທັງສອງຝ່າຍລົງລາຍເຊັນຮ່ວມກັນເປັນຕົ້ນໄປ, ແຕ່ວັນທີ 1 ມັງກອນ 2026 ຫາ ວັນທີ 31 ທັນວາ 2051ສະໜອງທໍ່ແມ່, ທໍ່ແຈກຈ່າຍນໍ້າປະປາ ແລະ ອຸປະກອນ ຢູ່ບ້ານປາກກະດິງເໜືອ; ສະໜອງຄ່າແຮງງານວາງທໍ່ ແລະ ຕິດຕັ້ງອຸປະກອນ; ສະໜອງ ແລະ ຕິດຕັ້ງປ້ຳບາດານຈຳນວນ 2 ບໍ່ ພ້ອມລະບົບຄວບຄຸມ; ສະໜອງທໍ່ນ້ຳ ແລະ ອຸປະກອນໃນລະບົບເຮືອແພ ຫາໂຮງງານ; ກໍ່ສ້າງສະຖານີດູດນ້ຳ ເຮືອແພ, ທາງລົງຫາເຮືອນແພ, ທາງຂຶ້ນຫາໂຮງງານ,ຮົ້ວອ້ອມໂຮງງານ; ສ້າງລະບົບເຄື່ອງຕອງນ້ຳສຳເລັດຮູບ ສາມາດຕອງນ້ຳໄດ້ຕາມກໍາລັງການຜະລິດ 500 ແມັດກ້ອນຕໍ່ວັນ ພ້ອມສິ່ງອໍານວຍຄວາມສະດວກຄົບຊູດ; ກໍ່ສ້າງເຮືອນ ປະສົມຢາຂ້າເຊື້ອ, ຕູ້ລະບົບໄຟຄວບຄຸມການຜະລິດນໍ້າ ແລະ ປໍ້ານໍ້າ ຕາມການອອກແບບຄົບຊູດ; ຕິດຕັ້ງໄຟຟ້າ ແລະ ລະບົບຄວບຄຸມຄົບຊຸດ ກໍ່ສ້າງຫ້ອງການບໍລິການນ້ຳປະປາ ລວມມູນຄ່າການກໍ່ສ້າງ ໄລຍະທີ 1 ທັງໝົດ 300,000 ໂດລາສະຫະລັດ (ຂຽນເປັນຕົວໜັງສື: ສາມແສນໂດລາສະຫະລັດ) ທຽບເທົ່າ 6,516,900,000 ກີບ (ຂຽນເປັນໂຕໜັງສື: ຫົກຕື້ຫ້າຮ້ອຍສິບຫົກລ້ານເກົ້າແສນກີບ) ອີງຕາມອັດຕາແລກປ່ຽນ ຂອງທະນາຄານການຄ້າຕ່າງປະເທດລາວ ໃນວັນທີ 17/2/2025 ($1=21,723 ກີບ). ເພື່ອແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ດໍາເນີນໄປຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ທ່ວງທັນຕາມເວລາທີໄດ້ກໍານົດໄວ້ ທັງສອງຝ່າຍຍັງໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ເຊິ່ງເຊັນສັນຍາໃນຄັ້ງນີ້ ຕາງໜ້າອົງການປົກຄອງແຂວງ ລົງນາມ ເຊັນໂດຍທ່ານ ວິໄຊ ພູມີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເຊັນຮ່ວມກັບ ທ່ານ ທາກູຢະ ໂຮໂຊທານິ ປະທານບໍລິສັດໂຕເກັມມິລາວ ຈຳກັດ ໃນນາມຜູ້ລົງທຶນສຳປະທານ, ທ່ານ ສົມໃຈ ຄູນພະໄຊ ຮອງປະທາປົກຄອງແຂວງ ແລະ ທ່ານ ສີສະຫງ່າ ແກ້ວປະເສີດ ຮອງຫົວໜ້າພະແນກການແຂວງເຊັນຮັບຮູ້ນຳ. ພ້ອມດ້ວຍພະນັກງານຫຼັກແຫຼ່ງພະແນກການ ແລະ ບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.