ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານປຸກລະດົມບໍລິຈາກເລືອດປະຈໍາປີ 2025

ກອງປະຊຸມ ສະຫຼຸບວຽກງານການບໍລິຈາກເລືອດປີ 2025 ແລະ ວາງທິດທາງແຜນການປີ 2026 ໄດ້ຈັດຂຶ້ນໃນວັນທີ 23 ທັນວາ 2025 ຢູ່ຫ້ອງປະຊຸມຊັ້ນ3 ຫ້ອງວ່າການແຂວງໂດຍການເປັນປະທານຂອງທ່ານ ສີສຸພັນ ວົງວິໄລ ຫົວໜ້າອົງການກາແດງແຂວງ, ມີບັນດາພະແນກການ, ຄະນະປະຈຳພັກເມືອງ,ອຳນວຍການໂຮງຮຽນ ຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການເຂົ້າຮ່ວມ.

ທ່ານ ນາງນິດຕາ ເພັງສະຫວັດ ຮອງຫົວໜ້າອົງການກາແດງແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຈັດຫາເລືອດໃນປີ 2025 , ທິດທາງແຜນການປີ 2026 ໃນໄລຍະ 1 ປີ ຜ່ານມາ  ສູນເລືອດ ອົງການກາແດງແຂວງບໍລິຄຳໄຊ ໄດ້ອອກແຮງຢ່າງຕັ້ງໜ້າ ປະຕິບັດໜ້າວຽກງານ ດ້ວຍຄວາມຮັບຜິດຊອບສູງ, ປະສານສົມທົບ ຕິດຕໍ່ ພົວພັນກັບທຸກພາກສ່ວນລົງໂຄສະນາ ຮັບບໍລິຈາກເລືອດ ເຈາະເກັບເລືອດ ກວດກາວິເຄາະເລືອດ ເກັບຮັກສາ ແລະ ເວນຍາມ ເບີກຈ່າຍເລືອດໃຫ້ແກ່ ຄົນເຈັບ ພ້ອມດຽວກັນນັ້ນ ການສະຫລຸບ ລາຍງານ ສາຍຕັ້ງ ແລະ ສາຍຂວາງເພື່ອຮັບຊາບຄຽງຄູ່ກັນນັ້ນ ໄດ້ຈັດກອງປະຊຸມສະຫລຸບວຽກງານປະຈຳປີ ສືບຕໍ່ວາງແຜນແບບມີສ່ວນຮ່ວມກັບທຸກພາກສ່ວນການຈັດຕັ້ງ , ຜັນຂະຫຍາຍ ແຜນຍຸດທະສາດຂອງສະຖາບັນເລືອດແຫ່ງ ການຈັດຕັ້ງປະຕິບັດ ວຽກງານປຸກລະດົມຂົນຂວາຍເລືອດ  1 ປີ,ປີ 2025 ແຜນຄາດໝາຍສູ້ຊົນ ຕິດຕໍ່ພົວພັນກັບເປົ້າໝາຍທັງໝົດ: 208 ບ່ອນ ການໂຄສະນາການບໍລິຈາກເລືອດດ້ວຍປາກເປົ່າ 145 ຄັ້ງ ໂທລະພາບຂອງແຂວງ 04 ຄັ້ງ ອອກຂ່າວທາງໜັງສືພີມ 04 ຄັ້ງ ລົງເຟດບຸກ 148 ຄັ້ງອອກໜ່ວຍຮັບບໍລິຈາກເລືອດທັງໝົດ 148 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 7,635 ເທື່ອຄົນ ຍິງ 2,749 ເທື່ອຄົນ ມີຜູ້ສະໝັກໃຈບໍລິຈາກທັງໝົດ 2,796 ເທື່ອຄົນ; ຍິງ 866 ເທື່ອຄົນ ໄດ້ຮັບເລືອດຕົວຈິງ ທັງໝົດ 2,691 ເທື່ອຄົນ; ຍິງ 737 ເທື່ອຄົນ; ປະຕິບັັດໄດ້ 86,11% ລຸດຄາດໝາຍ 509ຖົງ, ຂອງແຜນປີ 2025 ຮັບບໍລິຈາກເລືອດນອກສູນ 1,479  ເທື່ອຄົນ ຍິງ 388 ເທື່ອຄົນ ຮັບບໍລິຈາກເລືອດໃນສູນ 915  ເທື່ອຄົນ. ຍິງ 251 ເທື່ອຄົນ ຮັບບໍລິຈາກເລືອດໂຮງໝໍເມືອງຄໍາເກີດ 216 ເທື່ອຄົນ ຍິງ 79 ເທື່ອຄົນ ໂອກາດດັ່ງກ່າວບັນດາຜູ້ເຂົ້າຮ່ວມ ໄດ້ມີການປະກອບຄໍາເຫັນໃສ່ບົດລາຍງານດັ່ງກ່າວ ແລະ ພ້ອມທັງຍົກໃຫ້ເຫັນຂໍ້ສະດວກ,ຂໍ້ຫຍຸ້ງຍາກ,ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານໃນປີ 2025

ຕອນທ້າຍ ປະທານກອງປະຊຸມກໍ່ໄດ້ມີການສະຫຼຸບສັງລວມ ແລະ ໃຫ້ທິດຊີ້ນໍາຕໍ່ພາກສ່ວນທີ່ເຂົ້າຮ່ວມເພື່ອນໍາເອົາເນື້ອໃນຈິດໃຈຂອງການກອງປະຊຸມໄປຈັດຕັ້ງປະຕິບັດໃນປີ 2026 ໃຫ້ໄດ້ຕາມແຜນການ ແລະ ລະດັບຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa