
ວັນທີ 22-23 ທັນວາ 2025 ຢູ່ຫ້ອງປະຊູມພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງໄດ້ເປີດຊູດອົບຮົມວຽກງານການບໍລິການຕອ້ນຮັບນັກທ່ອງທ່ຽວ, ພິທີການທູດ-ມາລະຍາດສາກົນຂຶ້ນ ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດຊູດອົບຮົມຄັ້ງນີ້ໂດຍທ່ານ ອຸດົມ ວົງໄກສອນ ກຳມະການພັກແຂວງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ມີບັນດານັກສໍາມະນາກອນຈາກພະແນກການອ້ອມຂ້າງ ແລະ ພາກສ່ວນທຸລະກິດພາຍໃນແຂວງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ວິທະຍາກອນຈາກ ພະແນກການຕ່າງປະເທດ, ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງໄດ້ຜັດປ່ຽນກັນຂຶ້ນບັນຍາຍກ່ຽວກັບຄວາມຮູພື້ນຖານກ່ຽວກັບການເປັນເຈົ້າພາບທີ່ດີ ,ວັດທະນະທໍາໃນກາ
ນນາໍ ໃຊສ້ຽງເພງ, ສຽງດົນຕີໃນຮາ້ນອາຫານ, ກິນດ່ື່ມ ແລະບັນເທີງ ແລະ ພິທີການທູດ-ມາລະຍາດສາກົນ ຊຸດອົບຮົມຄັ້ງນີ້ນັກສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບຄວາມຮູພື້ນຖານກ່ຽວກັບການເປັນເຈົ້າພາບທີ່ດີ ,ວັດທະນະທໍາໃນການນາໍ ໃຊສ້ຽງເພງ, ສຽງ ດົນຕີໃນຮາ້ນອາຫານ, ກິນດ່ື່ມ ແລະບັນເທີງ ແລະ ພິທີການທູດ-ມາລະຍາດສາກົນ ເພື່ອຮອງຮັບແຂກ ແລະ ນັກທ່ອງທ່ຽວຈຳນວນຫຼວງຫຼາຍທີ່ຈະເດີນທາງເຂົ້າມາແຂວງບໍລິຄຳໄຊໃນຕໍ່ໜ້າຫຼັງການເປີດຂົວມິດຕະພາບລາວໄທແຫ່ງທີ່ 5 ປາກຊັນ-ບຶງການ ຊຸດອົບຮົມຄັ້ງນິ້ຈະໄດ້ດໍາເນີນເປັນເວລາ 2 ວັນຈິງຈະສຳເລັດ.