
ວັນທີ 25 ທັນວາ 2025 ນີ້ ທ່ານ ນາງ ນິດຊາ ພຸດທະວົງ ຕາງໜ້າມູນນິທິປິ່ງຄຳເພື່ອຊ່ວຍເຫຼືອສັງຄົມ ໄດ້ມອບເຄື່ອງນຸ່ງຫົ່ມ(ປະເພດເສື້ອກັນໜາວ) ຈຳນວນ 100 ແກັດ ມູນຄ່າ 150 ລ້ານກວ່າກີບ ໃຫ້ອົງການກາແດງແຂວງເພື່ອຈະໄດ້ນຳໄປໃຊ້ ເຂົ້າໃນວຽກງານດ້ານມະນຸດສະທໍາຕາມ 7 ຫຼັກການພື້ນຖານຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ແລະ 9 ໜ້າວຽກຂອງອົງການກາແດງແຫ່ງຊາດລາວວາງອອກ ຕາງໜ້າຮັບ ໂດຍ ທ່ານນາງ ນິດຕາ ເພັງສະຫັວດ ຮອງຫົວໜ້າອົງການກາແດງແຂວງບໍລິຄຳໄຊ ພ້ອມດ້ວຍພະນັກງານ ເຂົ້າຮ່ວມເປັນສັກຂີພິຍານ.ເຊີ່ງເຄື່ອງຈຳນວນເຄື່ອງດັ່ງກ່າວຈະໄດ້ຮ່ວມກັບຊາວໜູ່ມແຂວງເພື່ອນຳໄປມອບໄປແບ່ງປັນກັນນຸ່ງຕ້ານໄພໜາວໃຫ້ພໍ່ແມ່ປະຊາຊົນ 3 ບ້ານ 315 ຄອບຄົວ ຄື ບ້ານນາຕັນ, ນາຍາງ ແລະ ບ້ານວັງພຽງ ເມືອງວຽງທອງ ແຂວງ ບໍລິຄຳໄຊ.
ໂອກາດດັ່ງກ່າວທ່ານ ນາງນິດຕາ ເພັງສະຫວັດ ຮອງຫົວໜ້າອົງການກາແດງແຂວງຍັງໄດ້ມອບໃບຍ້ອງຍໍໃຫ້ມູນນິທິປິ່ງຄຳເພື່ອຊ່ວຍເຫຼືອສັງຄົມ ເພື່ອເປັນການສະແດງເຖີງຄວາມຮູ້ບູນຄຸນໃນການເສຍສະຫຼະເຄື່ອງນຸ່ງຮົ່ມທີ່ນຳມາມອບຄັ້ງນີ້.