ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂອ້ລົມ ພະນັກງານພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ບໍລິຄໍາໄຊ.

 

ວັນທີ 26 ທັນວາ 2025 ນີ້ ທີຫ້ອງປະຊຸມ ພະແນກກະສີກໍາ ແລະ ສິງແວດລ້ອມ ແຂວງ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ລົງເຄື່ອນໄຫວ ພົບປະໂອ້ລົມຊີ້ນໍາ ພະນັກງານຫຼັກແຫຼ່ງພາຍໃນ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ.

ໃນພິທີ ທ່ານ ໂພຄໍາ ຈັນທະສຸກ ຫົວໜ້າພະແນກ ຍັງໄດ້ໄດ້ລາຍງານສະພາບການເຄື່ອນໄຫວ ຂອງພະແນກກະສິກຳ ແລະ ສື່ງແວດລ້ອມແຂວງໃນໄລຍະຜ່ານມາ  ພາຍຫຼັງສໍາເລັດໃນການປັບປຸງຍຸບໂຮມເຂົ້າກັນ ແລະ ປະກາດເປັນພະແນກກະສິກໍາ ແລະ ສິ່ງແວດລ້ອມ ກໍ່ໄດ້ເອົາໃຈໃສ່ໃນການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານວິຊາສະເພາະສຸມໃສ່ຊຸກຍູ້ຂະບວນການຜະລິດເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຕິດພັນກັບການຄຸ້ມຄອງປົກປັກຮັກສາປ່າໄມ້ ຢ່າງມີຜົນສໍາເລັດ ແລະ ມີຜົນສໍາເລັດຫຼາຍດ້ານ ພ້ອມດຽວກັນນັ້ນ ທ່ານຍັງໄດ້ສະເໜີ ທ່ານຮອງລັດຖະມົນຕີ ວຽກງານບາງດ້ານ ເພຶ່ອຈະໄດ້ປັບປຸງແກ້ໄຂໃຫ້ທ່ວງທັນຕາມລະດູການແນ່ໃສຊຸກຍູ້ສົ່ງເສີມ ແລະ ເຮັດໃຫ້ວຽກງານກະສິກໍາພາຍໃນແຂວງມີບາດຂະຫຍາຍຕົວໃນຕໍ່ໜ້າຕື່ມອີກ ເປັນຕົ້ນແມ່ນ ການສະໜອງແຫຼ່ງທຶນ ເຂົ້າໃນການປັບປຸງຊົນລະປະທານ ການປັບປຸງຝາຍກັກເກັບນໍ້າ ເພຶ່ອນໍາໃຊ້ເຂົ້າໃນການຜະລິດກະສິກໍາຂອງພໍແມ່ນປະຊາຊົນ ການຝຶກອົບຮົມ ຍົກລະດັບຄວາມຮູ້ຄສວາມສາມາດ ຂອງພະນັກງານຫຼັກແຫຼ່ງ ທີຮັບຜິດຊອບວຽກງານ ຕະຫຼອດຮອດການປັບປຸງແນວພັນສັດລ້ຽງ ການສະໜອງແນວພັນພຶດໃຫ້ແກ່ຊາວະສິກອນ ແລະ ອື່ນໆ ເພຶ່ອແນ່ໃສເຮັດຂະບວນການຜະລິດກະສິກໍາຂອງພໍ່ແມ່ປະຊາຊົນພາຍໃນແຂວງມີບາດກ້າວຂະຫຍາຍຕົວ ແລະ ເປັນຂະບວນການພົດຟື້ນສາມາດຕອບສະໜອງສິນຄ້າໃນແຕ່ລະປະເພດໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ເພຶ່ອພັດທະ ນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ.

ໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕິ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະພັກ ພະນັກງານນໍາພາ ຄຸ້ມຄອງໃນແຕ່ລະຂັ້ນ ຕ້ອງໄດ້ເອົາໃຈໃສ ຈັດຕັ້ງຜັນຂະຫຍາຍ ປະຕິບັດວຽກງານຂອງຕົນຢ່າງມີຜົນສໍາເລັດ ພ້ອມດຽວກັນນັ້ນ ທ່ານຍັງໄດ້ເນັ້ນ ໃຫ້ຄະນະພັກ ຄະນະພະແນກ ເຕົ້າໂຮມຄວາມສາມັກຄີ ເຮັດວຽກເປັນໝູ່ຄະນະ  ສືບຕໍ່ຊຸກຍູ້ສົ່ງການຜະລິດເປັນສິນຄ້າ ທີ່ເປັນທ່າແຮງຂອງແຂວງ ຕິດພັນກັບການສົ່ງເສີມການຜະລິດພາຍໃນຫຼຸດຜ່ອນການນຳເຂົ້າ ພ້ອມທັງກໍານົດແຜນຈັດສັນດຸ່ນດ່ຽງຂອງສິນຄ້າແຕ່ລະປະເພດ ສືບຕໍ່ຕິດຕາມກວດກາຄືນບັນດາໂຄງການເຊົ່າສໍາປະທານທີ່ດິນຂອງໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດ.

ຫຼັງຈາກນັ້ນ ທ່ານຮອງລັດຖະມົນຕິ ໄດ້ລົງເບີ່ງການຜະລິດກະສິກໍາເປັນສິນຄ້າຂອງພໍ່ແມ່ປະຊາຊົນ ເຂດບ້ານ ປາກປຶງ ເມືອງ ປາກຊັນ ໂດຍສະພາະການຜະລິດເຂົ້ານາແຊງ ການລ້ຽງປາດຸກ ການປູກພຶດ ຂອງພໍແມ່ປະຊາຊົນພາຍໃນຂອບເຂດບໍລິເວນເລາະລຽບແຄມນໍາຂອງ.    

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa