ແຂວງບໍລິຄໍາໄຊ ປະດັບຫຼຽນກາທີ່ລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ນັກທຸລະກິດ ແລະ ບຸກຄົນທີ່ມີຜົນງານໃນການປະກອບສ່ວນພັດທະນາປະເທດຊາດ

   
ວັນທີ 6 ເມສາ 2026 ນີ້ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະດັບຫຼຽນກາທີ່ລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ກັບພາກທຸລະກິດ ກໍ່ຄືນັກທຸລະກິດ ຜູ້ປະກອບການ ແລະ ບຸກຄົນທີ່ປະກອບສ່ວນທາງດ້ານສະຕິປັນຍາ, ເຫື່ອງແຮງ, ວັດຖຸ, ທຶນຮອນ ແລະ ພັນທະອາກອນໃຫ້ລັດ ເປັນປົກກະຕິຕໍ່ເນື່ອງ ຢູ່ແຂວງບໍລິຄໍາໄຊ ຈໍານວນ 18 ທ່ານ ເຊິ່ງຈັດຂຶ້ນຢູ່ທີ່ໂຮງແຮມດອກຈໍາປາ ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍໃຫ້ກຽດເຂົ້າຮ່ວມໃນພິທີຂອງ ທ່ານ ສອນທະນູ ທໍາມະວົງ ເລຂາຄະນະບໍລິຫານງານພັກ ແຂວງບໍລິຄໍາໄຊ ມີບັນດາພາກທຸລະກິດ ຜູ້ປະກອບການທຸລະກິດ ພາຍໃນແຂວງບໍລິຄໍາໄຊເຂົ້າຮ່ວມ.
ໃນພິທີ ທ່ານ ອຸທິດ ແກ້ວລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ຕາງໜ້າອະນຸກໍາມະການ ຂະບວນການ ແຂ່ງຂັນ ແລະ ຍ້ອງຍໍ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ໄດ້ຜ່ານລັດຖະດໍາລັດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອີງຕາມມາດຕາ 68 ຂໍ້ 11 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບເລກທີ 77/ສພຊ ລົງວັນທີ 20 ມີນາ 2025 ອີງຕາມຄໍາສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 150/ນຍ ລົງວັນທີ 28 ພະຈິກ 2025 ປະທານປະເທດ ສປປ ລາວ ອອກດໍາລັດ ປະດັບຫຼຽນກາທີ່ລະນຶກ 50 ປີ ໃຫ້ແກ່ຜູ້ທີມີຜົນງານ ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ
ໃຫ້ກັບພາກທຸລະກິດ ກໍ່ຄືນັກທຸລະກິດ ຜູ້ປະກອບການ ແລະ ບຸກຄົນ ຂອງແຂວງບໍລິຄໍາໄຊ ຈໍານວນ 18 ທ່ານ ທີ່ປະກອບສ່ວນທາງດ້ານສະຕິປັນຍາ, ເຫື່ອແຮງ, ວັດຖຸ, ທຶນຮອນ ແລະ ພັນທະອາກອນໃຫ້ລັດ ເປັນປົກກະຕິຕໍ່ເນື່ອງ ຕະຫຼອດໄລຍະຜ່ານມາ ໃຫ້ກຽດປະດັບຫຼຽນກາທີ່ລະນຶກ 50 ວັນສະຖາປະນາ ສປປ ລາວ ໂດຍແມ່ນທ່ານ ສອນທະນູ ທໍາມະວົງ ເລຂາຄະນະບໍລິຫານງານພັກແຂວງບໍລິຄໍາໄຊ ພ້ອມນີ້ໃນພິທີທ່ານຍັງໄດ້ສະແດງຄວາມຍ້ອງຍໍ ແລະ ຊົມເຊີຍ ຕໍ່ພາກທຸລະກິດ ກໍ່ຄືນັກທຸລະກິດ ຜູ້ປະກອບການ ແລະ ບຸກຄົນ ທີ່ໄດ້ປະກອບສ່ວນ ວັດຖຸ, ທຶນຮອນ ແລະ ພັນທະອາກອນ ໃຫ້ລັດເປັນປົກກະຕິ ຕໍ່ເນື່ອງຕະຫຼອດມາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa