ແຂວງບໍລິຄໍາໄຊ ເປີດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງປະຈໍາປີ 2026

ພິທີເປີດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງປະຈໍາປີ 2026 ທີ່ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 7 ເມສາ 2026 ຢູ່ທີ່ເດີ່ນຍ່າງອອກກໍາລັງກາຍ ແຄມແມ່ນໍ້າຂອງ ເທດສະບານເມືອງ ປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ. ມີບັນດາການນນໍາຂອງແຂວງ – ເມືອງ ຕາງໜ້າພະແນກການຂອງແຂວງ ຕາງໜ້າອົງການຈັດຕັ້ງ ຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ ເປັນຈໍານວນຫຼວງຫຼາຍ.
ຈຸດປະສົງ ໃນການຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ທີ່ແຂວງບໍລິຄໍາໄຊ ປະຈໍາປີ 2026 ກໍ່ເພື່ອເປັນການປູກຈິດສໍານຶກ ແລະ ຄວາມຮັບຜິດຊອບ ເພຶ່ອໃຫ້ທຸກພາກສ່ວນໃນສັງຄົມ, ເຫັນໄດ້ເຖິງຄວາມສໍາຄັນ ຂອງການປ້ອງກັນ ແລະ ຫຼຸດຜ່ອນອຸບັດຕິເຫດ ເຊິ່ງເປັນບັນຫາທີ່ກະທົບໂດຍກົງຕໍ່ການພັດທະນາປະເທດຊາດ ເປັນການຕ້ານ ແລະ ສະກັດກັ້ນ ພຶດຕິກໍາສ່ຽງ ໂດຍສະເພາະການຂັບຂີ່ລົດໄວ ຄວາມປະໝາດ ເປັນການສ້າງວັດທະນະທໍາການໃຊ້ຖະໜົນທີ່ປອດໄພ ເປັນການລະດົມກໍາລັງຈາກທັງພາກລັດ – ເອກະຊົນ ແລະ ປະຊາຊົນ ໃຫ້ມີສ່ວນຮ່ວມ ໃນການເຄົາລົບກົດໝາຍຈາລະຈອນ ຢ່າງເປັນເຈົ້າການ ເພື່ອການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ ເພື່ອມຸ້ງໄປສູ່ເປົ້າໝາຍ ການເສຍຊີວິດເປັນ 0 ພາຍໃນປີ 2030 ເຊິ່ງເປັນສ່ວນ
ໜຶ່ງ ຂອງການຫຼຸດຜ່ອນຄວາມທຸກຍາກ ແລະ ປະກົດຫຍໍ້ທໍ້ໃນສັງຄົມ ການຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2026 ໃນປີນີ້ ຈັດຂຶ້ນພາຍໃຕ້ຄໍາຂວັນ ( ດື່ມຢ່າງມີສະຕິ, ເມົາບໍ່ຂັບ ).   

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa