ເມືອງປາກຊັນ ປະກາດແຕ່ງຕັ້ງຍົກຍ້າຍພະນັກງານນຳພາ-ຄຸ້ມຄອງ

ວັນ​ທີ 27 ເມສາ 2025 ຢູ່​ຫ້ອງປະຊຸມຫ້ອງວ່າການເມືອງປາກຊັນ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຫົວໜ້າຫ້ອງວ່າການເມືອງປາກຊັນ ແລະ ບັນດາຫົວໜ້າຂະແໜງ, ຮອງຂະແໜງທີ່ຂຶ້ນກັບໂດຍການເປັນປະທານຂອງ ທ່ານ ແສງອາລຸນ ແສງອາພອນ ກຳມະການພັກແຂວງ ເລຂາພັກເມືອງປາກຊັນ, ມີບັນດາ ຄະນະປະຈຳພັກເມືອງ, ກຳມະການພັກ, ຮອງຫົວໜ້າຫ້ອງວ່າການ,ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ຮອງຂະແໜງ , ພະນັກງານ-ລັດຖະກອນ ​ພາຍ​ໃນ​ເຂົ້າ​ຮ່ວມ.

ໂອກາດດັ່ງກ່າວ ຕາງໜ້າຄະນະຈັດຕັ້ງເມືອງໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງທ່ານປະທານຄະນະກໍາມະການປົກຄອງແຂວງສະບັບເລກທີ 112/ຂບຊ , ລົງວັນທີ 11 ມີນາ 2026 ວ່າດ້ວຍການແຕ່ງຕັ້ງ ຫົວໜ້າຂະແໜງຂອງອົງການພັດທະນາ ແລະ ບໍລິຫານຕົວເມືອງປາກຊັນ ເຫັນດີແຕ່ງຕັ້ງ ທ່ານຄຳແສນ ຊາຍຊົງເດດ ຮອງຫົວໜ້າຂະແໜງບໍລິຫານ,ຈັດຕັ້ງ ແລະ ກວດກາຂຶ້ນເປັນຫົວໜ້າຂະແໜງຄຸ້ມຄອງບໍລິຫານຕົວເມືອງ ແລະ ສະໜາມກໍາຈັດຂີ້ເຫຍື້ອ, ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງປາກຊັນສະບັບເລກທີ 165/ຄປມ.ປຊ , ລົງວັນທີ 24 ເມສາ 2026 ວ່າດ້ວຍການຍົກຍ້າຍ ແລະ ສັບປ່ຽນໜ້າທີ່ບ່ອນປະຈຳການປະທານຄະນະກຳມະການປົກຄອງເມືອງຕົກລົງ ຍົກຍ້າຍ ທ່ານ ບຸນມີ ເພັງສະຫວັນ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງປາກຊັນໄປປະຈຳຢູ່ຫ້ອງວ່າການສະພາປະຊາຊົນແຂວງ ປະຈຳເມືອງປາກຊັນ ແລະ ຜ່ານຂໍ້ຕົກລົງສະບັບເລກທີ 166/ຄປມ.ປຊ , ລົງວັນທີ 27 ເມສາ 2026 ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງວ່າການເມືອງປາກຊັນ ເຫັນດີແຕ່ງຕັ້ງທ່ານ ບົວແສງ ເທບຄຳເຮືອງ ກຳມະການພັກເມືອງ ຮອງຫົວໜ້າຫ້ອງວ່າການເມືອງປາກຊັນ ຂຶ້ນເປັນຫົວໜ້າຫ້ອງວ່າການເມືອງປາກຊັນ ແລະ ບັນດາຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ ເຫັນດີແຕ່ງຕັ້ງ ທ່ານ ນາງວຽງມະນີ ສິລິວົງ ຂຶ້ນເປັນຮອງຫົວໜ້າຫ້ອງວ່າການເມືອງປາກຊັນ, ແຕ່ງຕັ້ງ ທ່ານ ອານຸພອນ ບຸນລາວົງ ເປັນຮອງຫົວໜ້າຫ້ອງການສຶກສາທິກາານ ແລະ ກິລາເມືອງປາກຊັນ, ຍົກຍ້າຍທ່ານ ນັນຕະສັກ ອິນປັນຍາ ຮອງຫົວໜ້າຫ້ອງວ່າການເມືອງປາກຊັນໄປເປັນຫົວໜ້າຄະນະຄຸ້ມຄອງດ່ານທ້ອງຖິ່ນປາກຊັນ( ດ່ານຊາຍແດນທາງນໍ້າ )ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ລັດສະໝີ ໄຊຍະພອນ ຫົວໜ້າໜ່ວຍງານຫ້ອງການໂຄສະນອົບຮົມເມືອງ ໄປປະຈຳຢູ່ດ່ານທ້ອງຖິ່ນປາກຊັນ ແລະ ແຕ່ງເປັນຫົວໜ້າບໍລິຫານ, ຮອງຫົວໜ້າຄະນະຄຸມຄອງດ່ານທ້ອງຖິ່ນປາກຊັນ.
   ຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຈາກທ່ານປະທານເຊີ່ງທ່ານໄດ້ຍົກໃຫ້ເຫັນເຖີງຄວາມໝາຍຄວາມສຳຄັນໃນການຊັບຊ້ອນແຕ່ງຕັ້ງບູກຄະລາກອນແມ່ນເປັນການຈັດວາງບູກຄະລາກອນໃຫ້ຖືກຕ້ອງຕາມຕຳແໜ່ງງານສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງຈົ່ງໄດ້ຍົກສູງຄວາມຮັບຜິດຊອບປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍກຳແໜ້ນບົດບາດສິດໜ້າທີ່ວຽກງານໃຫ້ສຳເລັດຕາມແຜນການທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa