ກອງປະຊຸມດໍາເນີນຊີວິດການເມືອງ ກວດກາ, ຕີລາຄາ-ຈັດແບ່ງປະເພດ ສະມາຊິກພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ ປະຈໍາ 06 ເດືອນຕົ້ນປີ 2023 ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ

ໃນລະຫວ່າງວັນທີ 22 ມິຖຸນາ 2023 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງ ກວດກາສະມາຊິກພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 06 ເດືອນຕົ້ນປີ 2023 ຂຶ້ນ ຢູ່ທີ່ຫ້ອງເຮັດວຽກ ຂອງສະຫາຍຫົວໜ້າຄະນະໂຄສະນາອົບຮົມແຂວງ, ພາຍໃຕ້ເປັນປະທານ ຂອງ ສະຫາຍ ນາງ ສຸດສະດາ ໂສພາ ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ໃຫ້ກຽດເຂົ້າຮ່ວມອົບອຸ່ນໃນພິທີ ໂດຍ ສະຫາຍ ອຸດອນ ສອນສຸລິນ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມທັງໝົດ 13 ສະຫາຍ, ຍິງ 9 ສະຫາຍ.

ກອງປະຊຸມດັ່ງກ່າວໄດ້ຮັບຟັງການເຜີຍແຜ່-ເຊື່ອມຊຶມເອກະສານທີ່ສໍາຄັນ ຄື:

​- ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທິ 3 ມັງກອນ 2018 ວ່າດ້ວຍການເພີ່ມທະການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

– ຄໍາແນະນໍາເພີ່ມເຕີມ ສະບັບເລກທີ 326/ຄປພ ຂບຊ, ລົງວັນທີ 14 ມິຖຸນາ 2021 ກ່ຽວກັບການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

– ດໍາເນີນການປະເມີນການກໍ່ສ້າງສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ 06 ເດືອນຕົ້ນປີ 2023.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍລະບອບ, ແບບແຜນມິທີເຮັດວຽກຂອງ ຄະນະໂຄສະນາອົບຮົມແຂວງ.

ໃນຕອນທ້າຍກອງປະຊຸມ, ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ສະຫາຍອຸດອນ ສອນສຸລິນ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນວຽກງານຕໍ່ໜ້າໃຫ້ໄດ້ຮັບຜົນດີ, ພ້ອມກັນເສີມຂະຫຍາຍດ້ານດີ ແລະ ຕັ້ງໜ້າແກ້ໄຂດ້ານອ່ອນຂໍ້ຄົງຄ້າງຢ່າງໜັກແໜ້ນ.

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa