ຊຸດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ  ແລະ ການສ້າງບ້ານພັດທະນາ ຢູ່ບ້ານໂພນສີ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ.

ໃນຕອນເຊົ້າຂອງວັນທີ 25 ກັນຍາ 2023 ໄດ້ເປີດຊຸດອົບຮົມຄວາມຮູ້ພື້ນຖານດ້ານເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຢູ່ບ້ານໂພນສີ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ຂຶ້ນ; ພາຍໃຕ້ການເປັນປະທານ ຂອງສະຫາຍ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ດ້ວຍການເຂົ້າຮ່ວມຂອງ ສະຫາຍ ນາງ ສຸດສະດາ ໂສພາ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີເລຂາພັກບ້ານ, ຮອງເລຂາໜ່ວຍພັກ, ສະມາຊິກພັກ, ນາຍບ້ານ, ຮອງນາຍບ້ານ, ຫົວໜ້າໜ່ວຍງານຂັ້ນບ້ານ, ປະທານແນວໂຮມ, ສະຫະພັນນັກຮົບເກົ່າ, ຫົວໜ້າອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນຫຼັກແຫຼ່ງຂອງບ້ານ ຈໍານວນ 05 ບ້ານເຂົ້າຮ່ວມຄື: ບ້ານໂພນສີ, ບ້ານໂພນງາມ, ບ້ານນໍ້າສັກ, ບ້ານສົບຄີ ແລະ ບ້ານພຽງດີ.

ຈຸດປະສົງໃນການຝຶກອົບຮົມ ແມ່ນເພື່ອເຮັດໃຫ້ ສະມາຊິກພັກ, ພະນັກງານ ແລະ ປະຊາຊົນຢູ່ຮາກຖານບ້ານ ມີຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ, ເສີມຂະຫຍາຍມູນເຊື້ອຂອງຊາດ, ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ການສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ການແກ້ໄຂຄວາມທຸກຍາກ; ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກຢ່າງຖືກຕ້ອງ, ເຮັດໃຫ້ອົງການປົກຄອງບ້ານມີຄວາມເຂັ້ມແຂງ, ໜັກແໜ້ນ ສາມາດນໍາພາແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ບັນລຸຕາມຄາດໝາຍທີ່ພັກເຮົາວາງອອກ.

ຝຶກອົບຮົມໃນຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່-ເຊື່ອມຊຶມ ເອກະສານທີ່ສໍາຄັນ ຈໍານວນ 05 ບົດຄື: ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີ ຂອງປະຊາຊົນລາວ; ລະບົບການເມືອງ ແລະ ການປົກຄອງ ຢູ່ ສປປ ລາວ; ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ,ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ການສ້າງບ້ານພັດທະນາ ແລະ ການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa