ພິທີປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ

ໃນຕອນເຊົ້າຂອງວັນທີ 20 ມີນາ 2024 ແຂວງບໍລິຄໍາໄຊ ໄດ້ຈັດພິທີໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ( 22/03/1955-22/03/ 2024 ); ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ ( 21 ມີນາ 1946-21 ມີນາ 2024 ) ເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ບັນດາພະນັກງນ, ສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອປະຫວັດສາດ, ຜົນງານແຫ່ງການນໍາພາ-ຊີ້ນໍາຂອງ ພັກປະຊາຊົນ ປະຕິວັດລາວ ໃນການນໍາພາປະຊາຊົນລາວບັນດາເຜົ່າຕໍ່ສູ້ກູ້ຊາດ, ຜົນງານນໍາພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໃນໄລຍະ 69 ປີຜ່ານມາ ແລະ ເພື່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ຂອງບັນດານັກຮົບທີ່ໄດ້ອຸທິດ ເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດທີ່ມີຫຼາຍເຫດການປະຫວັດສາດເຊິ່ງປວງຊົນລາວທັງຊາດບໍ່ມີວັນລືມ; ໃຫ້ກຽດຂຶ້ນປາຖະກະຖາໃນຄັ້ງນີ້ໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ,ປະທານສະພາປະຊາຊົນແຂວງ, ມີຄະນະບໍລິຫານງານພັກແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ 11, ສະມາຊິກສະພາປະຊາຊົນແຂວງ, ນາຍທະຫານ, ນາຍຕໍາຫຼວດ, ພະນັກງານນັກຮົບ, ພະນັກງານອາວຸໂສບໍານານ, ຫົວໜ້າ, ຮອງພະແນກການ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 320 ຄົນ, ຍິງ 125 ຄົນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa