ພິທີປາຖະກະຖາ ວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 40 ປີ ແລະ ວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ.

ເພື່ອຫວນຄືນມູນເຊື້ອປະຫວັດສາດ, ການຕໍ່ສູ້ອັນຍືດເຍື້ອຍາວນານ ແລະ ພິລະອາດຫານຂອງປະຊາຊົນບັນດາເຜົ່າ, ວິລະກໍາອັນລໍ້າເລີດຂອງບັນພະບູລຸດໃນອະດີດ ກໍຄືບັນດາຜູ້ນໍາປະຕິວັດ ທີ່ນໍາພາເຄື່ອນໄຫວໃນທ້ອງຖິ່ນແຂວງບໍລິຄໍາໄຊ ແລະ ສະແດງໃຫ້ເຫັນຜົນງານການຈັດຕັ້ງນໍາພາ ຊີ້ນໍາ ຂອງອົງຄະນະພັກແຂວງບໍລິຄໍາໄຊ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງ ໃນໄລຍະ 40 ປີຜ່ານມາ ແລະ ເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານ ຄໍາໄຕ ສີພັນດອນ ທີ່ມີຕໍ່ປະເທດຊາດ ແນໃສ່ຮຽນຮູ້ ແລະ ນໍາເອົາແບບຢ່າງທີ່ດີຂອງເພິ່ນໝູນໃຊ້ເຂົ້າໃນການຈັດຕັ້ງ, ເຄື່ອນໄຫວ ແລະ ການດຳລົງຊີວິດຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ ເພື່ອສືບຕໍ່ພັດທະນາປະເທດຊາດ ກ້າວຂຶ້ນຕາມອຸດົມການຂອງພັກ ຢ່າງມີໄຊ.

ໃນຕອນເຊົ້າຂອງວັນທີ 27 ມີນາ 2024 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງບໍລິຄໍາໄຊ ຂົງເຂດວັດທະນະທໍາ-ສັງຄົມ ໄດ້ຈັດພິທີໂຄສະນາ-ປາຖະກະ ຖາ ວັນສ້າງຕັ້ງແຂວງ ບໍລິຄໍາໄຊ ຄົບຮອບ 40 ປີ ( 06 ມີນາ 1984-06 ມີນາ 2024 ) ແລະ ວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ( 08/02/1924-08/02/2024 ), ໃຫ້ກຽດຂຶ້ນປາຖະກະຖາໃນຄັ້ງນີ້ໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ມີ ພະນັກງານ-ລັດຖະກອນພາຍໃນຂົງເຂດດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa