
ວັນທີ 13 ຕຸລາ 2026 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງປາຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ ຂຶ້ຶ້ນຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດຂຶ້ນຫວນຄືນ 2 ວັນສຳຄັນ ໂດຍທ່ານ ຄຳແຫວນ ປັນຍານຸວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ, ມີພະນັກງານຫຼັກແຫຼ່ງ,ນຳພາ-ຄູ້ມຄອງ ຈາກພະແນກການ, ກົມກອງ ຫ້ອງການ ອ້ອມຂ້າງແຂວງເຂົ້າຮ່ວມເຊື່ອມຊຶມ.
ໃນພິທີ, ທ່ານ ຄຳແຫວນ ປັນຍານຸວົງ ໄດ້ຍົກໃຫ້ເຫັນມູນເຊື້ອອັນສະຫວ່າງສະໄຫວ ແລະ ປະຫວັດສາດຄວາມເປັນມາອັນພິລະອາດຫານ ຂອງຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກ ໃນການປະກາດເອກະລາດ ອອກສູ່ສາຍຕາຊາວໂລກ ໃນວັນທີ 12 ຕຸລາ 1945 ເຊິ່ງເປັນຂີດໝາຍປະຫວັດສາດອັນສຳຄັນ ຢັ້ງຢືນເຖິງຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຄວາມເປັນເຈົ້າຕົນເອງຂອງປະຊາຊົນລາວ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງວັນສ້າງຕັ້ງວຽກງານການຕ່າງປະເທດ ແລະ ການທູດລາວ ທີ່ໄດ້ເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບພາລະກິດຕໍ່ສູ້ປົດປ່ອຍຊາດ ກໍ່ຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ໂດຍຢຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ເພື່ອຜົນປະໂຫຍດຮ່ວມກັນໃນເວທີສາກົນ.ການຈັດພິທີລະນຶກໃນຄັ້ງນີ້, ບໍ່ພຽງແຕ່ເປັນການທົບທວນຄືນມູນເຊື້ອປະຫວັດສາດອັນສະຫງ່າລາສີເທົ່າານັ້ນ, ແຕ່ຍັງເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ພ້ອມກັນຕັ້ງໜ້າປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໃຫ້ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ເພື່ອພັດທະນາແຂວງບໍລິຄຳໄຊ ໃຫ້ມີຄວາມຈະເລິນກ້າວໜ້າຂຶ້ນເລື້ອຍໆ.
