ສຳເລັດກອງປະຊຸມໃຫຍ່ຄັ້ງທີ່ I ຂອງຄະນະພັກຮາກຖານພະແນກ ກະສິກໍາ ແລະ ສິ່ງແວດລ້ອມແຂວງ

  ວັນທີ  25 ພະຈິກ 2025 ຢູ່ຫ້ອງສະໂມສອນໃຫຍ່ຂອງແຂວງ ຄະນະພັກຮາກຖານພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ່ I ຂອງຕົນຂຶ້ນ ພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງສະຫາຍ ໂພຄຳ ຈັນທະສຸກ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ,​ ໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ເພັດສະໃໝ ໄຊຍະທິຈັກ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ,  ມີບັນດາຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຫົວໜ້າຂະແໜງ ຮອງຂະແໜງ ທີ່ຂຶ້ນກັບ ແລະ ບັນດາສະມາຊິກພັກພາຍໃນເຂົ້າຮ່ວມ.

ໂອກາດດັ່ງກ່າວ ອຸທອນ ສິງຫາດວງປັນຍາ ຮອງເລຂາຄະນະພັກຮາກຖານ ໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ ເຊີ່ງສາມາດຍົກໃຫ້ເຫັນຈູດດີ-ຈູດອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າເຊີ່ງໄລຍະຜ່ານມາ ຄະນະພັກຮາກຖານໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແລະ ຊຸກຍູ້ບັນດາຄະນະໜ່ວຍພັກ, ສະມາຊິກພັກ-ພະນັກງານ ໃນຄວາມຮັບຜິດຊອບຂອງຕົນ ປະກອບສ່ວນຈັດຕັ້ງປະຕິບັດ ແຜນດໍາເນີນງານໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ ເລັ່ງໃສ່ 6 ເປົ້າໝາຍ 21 ວຽກຈຸດສຸມ ເພື່ອເຮັດໃຫ້ວຽກງານກະສິກໍາ ແລະ ສິ່ງແວດລ້ອມໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຕາມລະດັບຄາດໝາຍທີ່ກໍານົດໄວ້ສຸມໃສ່ພັດທະນາກະສິກໍາ ເຂດທົ່ງພຽງ ປູກເຂົ້າ ພືດ-ຜັກ ໄມ້ໃຫ້ໝາກ,ຢ່າງພາລາ,ມັນຕົ້ນ, ສາລີ ແລະ ລ້ຽງສັດ, ລຽ້ງປາ ເຂດພູດອຍ ປົກປັກຮັກສາຊັບພະຍາກອນທໍາມະຊາດປ່າໄມ້ແຫຼ່ງນໍ້າ ແລະ ສິ່ງແວດລ້ອມ 5 ປີຜ່ານມາຂະແໜງກະສິກໍາຂະຫຍາຍຕົວ ສະເລ່ຍ 5,2% ກວມເອົາ 35% ຂອງ GPP ທົ່ວແຂວງ(ແຜນ 2,6% ກວມເອົາ 26%) ເຊີ່ງຍາມໄດທາງຄະນະພັກຮາກຖານກໍ່ໄດ້ຢຶດໝັ້ນ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ ນໍາພາເປັນໝູ່ຄະນະ ສຽງສ່ວນໜ້ອຍຂື້ນກັບສຽງສ່ວນຫຼາຍ ທຸກສະຫາຍຂຶ້ນກັບການຈັດຕັ້ງ,  ມີການແບ່ງງານແບ່ງຄວາມຮັບຜິດຊອບໃຫ້ແທດເໝາະກັບຄວາມຮູ້ ຄວາມສາມາດຕິດແທດກັບຕົວຈິງ ຕັ້ງໜ້າເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ບົນພື້ນຖານແນວທາງ ແລະ ລະບຽບຂອງພັກ ທັງເປັນປັດໃຈສ້າງຄວາມສາມັກຄີ ເປັນເອກະພາບພາຍໃນພັກ ເຮັດວຽກແບບມີແຜນການ, ໂຄງການ ມີການຊຸກຍູ້ຕິດຕາມກວດກາ, ສະຫຼຸບຖອດຖອນບົດຮຽນ ແລະ ສ່ອງແສງລາຍງານເປັນປົກກະຕິ, ໃນແຕ່ລະໄລຍະເພື່ອສົ່ງເສີມດ້ານດີ ຫາວິທີແກ້ໄຂຂໍ້ຄົງຄ້າງໃຫ້ທັນກັບເວລາ ເອົາໃຈໃສ່ປັບປຸງການຈັດຕັ້ງແຕ່ລະຂັ້ນ ໃຫ້ມີຄວາມໝັກແໜ້ນ ທາງດ້ານການເມືອງ ມີແບບແຜນວິທີເຮັດວຽກ, ວິທີນໍາພາ ແລະ ຂະຫຍາຍສະມາຊິກພັກ ຮັບປະກັນດ້ານຈໍານວນ ແລະ ຄຸນນະພາບ.

ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ແລະ ກອງປະຊຸມໄດ້ເປັນເອກະສັນເລືອກເອົາສະຫາຍ ໂພຄຳ ຈັນທະສຸກ ເປັນເລຂາຄະນະພັກຮາກຖານ, ສະຫາຍ ອຸທອນ ສິງຫາດວງປັນຍາ ເປັນຮອງເລຂາ, ສະຫາຍ ດາລາພອນ ພົນສະຫວັດດີ ເປັນປະທານກວດກາ , ສະຫາຍ ບຸນເພັງ ຈັນທະວົງສຸກ ເປັນຮອງປະທານກວດກາ, ສະຫາຍ ພັນລອນ ແກ້ວວິເສດ , ສະຫາຍ ວຽງແກ້ວ ຊາພັກດີ ແລະ ສະຫາຍ ວິລະພົນ ສຸລິນພູມີ ເປັນຄະນະພັກຮາກຖານ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa