ປະກາດສ້າງຕັ້ງຄະນະພັກຮາກຖານທະນາຄານແຂວງ ຂຶ້ນກັບຄະນະບໍລິຫານງານພັກແຂວງບໍລິຄໍາໄຊ

ພິທີປະກາດສ້າງຕັ້ງຄະນະພັກຮາກຖານທະນາຄານແຂວງ ຂຶ້ນກັບຄະນະບໍລິຫານງານພັກແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 22 ພະຈິກ 2025 ຢູ່ຫ້ອງປະຊຸມຂອງຕົນໂດຍການເປັນປະທານຂອງສະຫາຍ ສົມສົດ ແສງອາພອນ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ,  ສະຫາຍ ລັດສະໝີ ດຳລົງບຸນ ເລຂາໜ່ວຍພັກ ທະນາຄານການຄ້າມະຫາຊົນ ແຂວງບໍລິຄຳໄຊ, ສະຫາຍ ຄຳປຸນ ສີຫາລາດ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາບັນດາຕາງໜ້າຈາກທະນາຄານແຫ່ງ ສປປລາວ ພາກກາງສະຫວັນນະເຂດ, ກົມຈັດຕັ້ງ-ພະນັກງານ, ກົມກວດກາ ທະນາຄານແຫ່ງລັດສະຫາຍເລຂາໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກ ແຂກຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດສະມາຊິກພັກທີ່ຂຶ້ນກັບ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຂຶ້ນຜ່ານມະຕິຕົກລົງຄະນະປະຈຳພັກແຂວງບໍລິຄໍາໄຊ ວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານທະນາຄານ ແຂວງ ບໍລິຄຳໄຊ ແລະ ບົ່ງຕົວແຕ່ງຕັ້ງບຸກຄະລາກອນ ອີງຕາມ ກົດລະບຽບພັກປະຊາຊົນປະຕິວັດລາວສະໄຫມທີ XI ໝວດທີ II, ມາດຕາ 09, ຂໍ້ 05, ມາດຕາ 1; ມາດຕາ 10 ຂໍ້ 1 ,ຂໍ້ 2 ອີງຕາມ ໜັງສືສະເໜີຂອງຄະນະຈັດຕັ້ງແຂວງ ສະບັບເລກທີ 965/ຄຈຂ, ລົງວັນທີ 4 ພະຈິກ 2025 ຄະນະປະຈຳພັກແຂວງຕົກລົງ ເຫັນດີສ້າງຕັ້ງຄະນະພັກຮາກຖານທະນາຄານແຂວງ ຂຶ້ນກັບຄະນະບໍລິຫານງານພັກແຂວງບໍລິຄໍາໄຊ ປະກອບມີ 4 ໜ່ວຍພັກຂຶ້ນກັບດັ່ງນີ້: ໜ່ວຍພັກທະນາຄານການຄ້າຕ່າງປະເທດລາວສາຂາແຂວງບໍລິຄໍາໄຊ; ໜ່ວຍພັກທະນາຄານນະໂຍບາຍສາຂາແຂວງບໍລິຄໍາໄຊ, ໜ່ວຍພັກທະນາຄານສົ່ງເສີມກະສິກໍາ ສາຂາແຂວງບໍລິຄໍາໄຊ ແລະ ໜ່ວຍພັກທະນາຄານພັດທະນາລາວສາຂາແຂວງບໍລິຄໍາໄຊ ແລະ ເຫັນດີແຕ່ງຕັ້ງ ຄະນະພັກຮາກຖານ ດັ່ງມີ ບັນດາສະຫາຍລຸ່ມນີ້: ສະຫາຍ ລັດສະໝີ ດຳລົງບຸນ ເປັນ ເລຂາຄະນະພັກຮາກຖານ; ສະຫາຍ ສາຍພັນ ພົມມະຈັນເປັນ ຮອງເລຂາຄະນະພັກຮາກຖານ; ສະຫາຍ ກຸດສະລາດ ຄໍາສົມບູນ ເປັນ ປະທານກວດກາ ຄະນະພັກຮາກຖານ; ສະຫາຍ ໄພພິລຸນ ອາໄພຍະວົງ ເປັນ ຮອງປະທານກວດກາຄະນະພັກຮາກຖານ ແລະ ສະຫາຍ ນາງ ນວນຕາ ພົມມະນີ ເປັນ ກໍາມະການຄະນະພັກຮາກຖານ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa