ໜ່ວຍພັກຮາກຖານພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ເປີດບັ້ນດໍາເນີນຊິວິດການເມືອງກວດກາໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນປະຈຳປີ 2025

 

ວັນ​ທີ 3-5 ທັນວາ 2025 ຢູ່​ຫ້ອງປະຊຸມຂອງຕົນ ໜ່ວຍພັກຮາກຖານພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ເປີດບັ້ນດໍາ​ເນີນ​ຊິວິດ​ການ​ເມືອງ​ກວດກາ​ໜ່ວຍ​ພັກປອດ​ໃສ,​ເຂັ້ມ​ແຂງ, ໜັກ​ແໜ້ນປະຈຳ​ປີ 2025 ຂຶ້້ນພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ເອກະສານຂອງສະຫາຍໂກ່ ໄຊສົມບັດ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ, ມີບັນດາຄະນະໜ່ວຍພັກ, ຫົວໜ້າຂະແໜງ ຮອງຂະແໜງ ສະມາຊິກ​ພັກ, ພະນັກງານ-ລັດຖະກອນ ​ພາຍ​ໃນ​ເຂົ້າ​ຮ່ວມ.

ໃນພິທີ ສະຫາຍໂກ່ ໄຊສົມບັດໄດ້ເຜີຍແຜ່ເອກະສານທີ່ສຳຄັນ ​ເຊີ່ງໃນ​ບັ້ນດຳເນີນຊີວິດການເມືອງຄັ້ງນີ້ບັນດາ​ສະມາຊິກ​ພັກ,ພະນັກ​ງານ-ລັດຖະກອນ ​ຈະໄດ້​ເຊື່ອມ​ຊຶມ ນິຕິກໍາທີ່ຕິດພັນກັບການກວດກາປະເມີນຄັ້ງນີ້ ເປັນຕົ້ນແມ່ນ: ​ເອກະສານ ຄຳສັ່ງ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າ​ດ້ວຍ​ການເພິ່ມທະວີການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ ໜັກແໜ້ນ,​ ​ຄໍາສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄປພ ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 28/ຄຈສພ, ລົງວັນ ທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ເພື່ອ​ເປັນ​ບ່ອນ​ອິງ ​​ໃຫ້​ແກ່ສະມາຊິກ​ພັກ,ພະນັກງານ-ລັດຖະກອນ ​ໃນ​ການ​ກວດກາ​ຕິ​ລາຄາ​,​ການ​ສຳ​ຫຼວດ ທາ​ບຖາມ​ຄຳ​ຄິດ​ເຫັນ, ການ​ຕີ​ລາຄາ​ຈັດ​ປະ​ເພດ​ການຈັດ​ຕັ້ງ​ຮາກ​ຖານ​ພັກ, ສະມາ​ຊິກ​ພັກ ​ແລະພະນັກງານ ​​ໂດຍ​ຕິດ​ພັນ​ກັບ​ມາດຖານ ​ເງື່ອນ​ໄຂ​ໃນ​ການການ​ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມ​ແຂງ ໜັກ​ແໜ້ນ, ສຳລັບການ​ດຳ​ເນີນຊິວິດ​ການ​ເມືອງ​ກວດກາ ​ໜ່ວຍ​ພັກປອດ​ໃສ ​ເຂັ້ມ​ແຂງ ໜັກ​ແໜ້ນ ​ຄັ້ງ​ນີ້

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa