ບໍລິຄຳໄຊ ສ້າງຂວັນກໍາລັງໃຈໃຫ້ລັດຖະກອນໃໝ່ 89 ທ່ານ

 ແຂວງບໍລິຄຳໄຊ ໄດ້ຈັດພິທີບັນຈຸລັດຖະກອນໃໝ່ໃຫ້ແກ່ຄູອາສາສະໝັກ ຈຳນວນ 89 ທ່ານ ໃນນັ້ນມີເພດຍິງ 65 ທ່ານ ຢ່າງເປັນທາງການໃນວັນທີ 24 ເດືອນ ພະຈິກ ປີ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີການເຂົ້າຮ່ວມຂອງທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ, ຂະແໜງຈັດຕັ້ງພະນັກງານ, ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍຄູອາສາສະໝັກທັງໝົດ.
ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ໄດ້ລາຍງານໃຫ້ຮູ້ວ່າ: ຕົ້ນປີ 2025 ມີຄູອາສາສະໝັກທັງໝົດທົ່ວແຂວງ 92 ຄົນ, ຍິງ 65 ຄົນ ມາຮອດເດືອນ ສິງຫາ ປີ 2025 ຄູອາສາໄດ້ລາອອກທັງໝົດ 3 ຄົນ, ຍັງເຫຼືອ 89 ຄົນ, ຍິງ 62 ຄົນ ບັນຈຸເຂົ້າເປັນກໍາລັງປ້ອງກັນຊາດ 64 ຄົນ, ຍິງ 43 ຄົນ, ບັນຈຸເຂົ້າເປັນລັດຖະ
ກອນຄູ 25 ຄົນ, ຍິງ 19 ຄົນ ທ່ານຍັງເວົ້າຕື່ມວ່າການບັນຈຸຖະກອນໃໝ່ໃນຄັ້ງນີ້ ແມ່ນເພື່ອເສີມສ້າງກຳລັງຄູສອນໃຫ້ພຽງພໍຕໍ່ຄວາມຮຽກຮ້ອງຕ້ອງການຂອງສະຖານການສຶກສາຕ່າງໆ ໃນແຂວງບໍລິຄຳໄຊ ພ້ອມທັງເປັນການຍົກສູງຄຸນນະພາບການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີປະສິດທິຜົນຫຼາຍຂຶ້ນ. ຄູອາສາສະໝັກທີ່ໄດ້ຮັບການບັນຈຸລັດດຖະກອນ ລ້ວນແຕ່ເປັນຜູ້ທີ່ໄດ້ອຸທິດແຮງກາຍ ແຮງໃຈ ແລະ ປະຕິບັດໜ້າທີ່ການສອນດ້ວຍຄວາມຮັບຜິດ
ຊອບສູງ ຕະຫຼອດໄລຍະເວລາຜ່ານມາຂອງແຂວງບໍລິຄໍາໄຊ ມາຮອດປະຈຸບັນແມ່ນໄດ້ບັນຈຸຄູອາສາເປັນລັດຖະກອນຄູໄດ້ 100%.
ໃນໂອກາດນີ້ ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໃຫ້ຄຳໂອ້ລົມ ແລະ ຊີ້ນຳໃຫ້ຄູທີ່ບັນຈຸລັດຖະກອນໃໝ່ທຸກທ່ານ ຈົ່ງຍຶດໝັ້ນຈັນຍາບັນວິຊາຊີບຄູ, ສືບຕໍ່ພັດທະນາຄວາມຮູ້ຄວາມສາມາດຂອງຕົນເອງ ແລະ ອຸທິດຕົນໃນການສ້າງຄຸນນະພາບການສຶກສາ ເພື່ອສົ່ງເສີມການພັດທະນາແຂວງບໍລິຄຳໄຊໃຫ້ກ້າວໜ້າຢ່າງຍືນຍົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa