ບັ້ນດໍາເນີນຊິວິດການເມືອງ ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ຂອງໜ່ວຍພັກຮາກຖານພັກ ພະແນກການຕາ່ງປະເທດແຂວງ ໄດ້ຈັດຂື້ນໃນວັນທີ 13 ມັງກອນ 2026 ນີ້ ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ເອກະສານຂອງສະຫາຍ ລໍາພອນ ແກ່ນມະນີ ເລຂາໜ່ວຍພັກຮາກຖານ ພະແນກການຕ່າງປະເທດແຂວງ ມີບັນດາສະມາຊິກພັກ ແລະ ຄະນະຮັບຜິດຕິດຕາມຊຸກຍູ້ ກອງປະຊຸມເຂົ້າຮວ່ມ.
ທັງນີ້ກໍ່ເພື່ອປະຕິບັດຕາມຄໍາສັ່ງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີ ການກໍ່ສ້າງໜ່ວຍພັກ
ປອດໃສ ເຂັ້ມແຂງ ໜັກແໜ້ນ ເຮັດໃຫ້ໜ່ວຍພັກຮູ້ສ້າງແຜນການ ຮູ້ນໍາພາຈັດຕັ້ງປະຕິບັດແຜນການ ຮູ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ ຕີລາຄາຄຸນນະພາບ ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ ເສີມຂະຫຍາຍບົດບາດການນໍາພາຂອງພັກ ໃນເງື່ອນໄຂພັກກໍາອໍານາດ ເດັດກຽ່ວແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງພາຍໃນພັກ ແນໃສ່ເຊີດຊູບົດບາດຄວາມສາມາດ ນໍາພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນໍາໜ້າຂອງຄະນະພັກ ສະມາຊິກພັກ ສ້າງໃຫ້ໜ່ວຍພັກມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປຽ່ນຢ່າງຕັ້ງໜ້າ ສາມາດເປັນແກນນໍາທີ່ເຂັ້ມແຂງ ໃນລະບົບການເມືອງຢູ່ຂັ້ນຮາກຖານ ຮັບປະກັນເຮັດໃຫ້ການນໍາພາຂອງພັກ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາໃນໄລຍະໃໝ່ ຍິ່ງມີຄວາມຈໍາເປັນໃນການກໍ່ສ້າງໜ່ວຍພັກ ຄະນະພັກ ແລະ ສະມາຊິກພັກ ໃຫ້ມີຄວາມສາມາດນໍາພາ ຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂັ້ນແຂວງຂອງຕົນວາງອອກແຕ່ລະໄລຍະ ໃຫ້ປະກົດຜົນເປັນຈິງ ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ໃຫ້ປະຕິບັດຕາມ 5 ເນື້ອໃນພື້ນຖານ ທີ່ກໍານົດໄວ້ໃນຄໍາສັ່ງຂອງກົມການເມືອງສູນການພັກ ເລກທີ 01/ກມສພ ລົງວັນທີ 3 ມັງກອນ 2018 ສະນັ້ນ ຄະນະພັກແຕ່ລະຂັ້ນທົ່ວອົງຄະນະພັກແຂວງ ອົງການທີ່ເປັນເສນາທິການໃຫ້ແກ່ຄະນະພັກ ຕະຫຼອດຮອດຖັນແຖວສະມາຊິກພັກທຸກສະຫາຍ ຕ້ອງກໍາແໜ້ນ ແລະ ຮັບຮູ້ເຂົ້າໃຈໃຫ້ຈະແຈ້ງ ເລິກເຊິ່ງເຖິງຖອງກັບ 5 ເນື້ອໃນ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ໃຫ້ຄະນະພັກແຕ່ລະຂັ້ນເອົາໃຈໃສ່ ຊີ້ນໍາໜ່ວຍພັກທີ່ຂຶ້ນກັບຕົນຮັບຜິດຊອບ ກະກຽມສະຫຼຸບສະພາບການເຄື່ອນໄຫວ ນໍາພາຂອງໜ່ວຍພັກ ຍົກໃຫ້ເຫັນດ້ານດີດ່ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ແລະ ເປັນບ່ອນອີງໃຫ້ແກ່ການວາງແຜນສູ້ຊົນ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມນີ້ຍັງໄດ້ມີການທາບ
ທາມຄໍາເຫັນສົ່ງຂ່າວ ຕີລາຄາຄຸນນະພາບ ແບ່ງປະເພດໜ່ວຍພັກ ສະມາຊິກພັກ ຜ່ານໃບສໍາຫຼວດບຸກຄົນສະມາຊິກພັກ ເພື່ອຕີລາຄາຄືນ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານ ໃນໄລຍະຜ່ານມາ ບັ້ນດໍາເນີນຊິວິດການເມືອງຄັ້ງນີ້ ຈະດໍາເນີນໄປເປັນເວລາສອງວັນຈຶ່ງສຳເລັດ.
