ພິທີປະກາດການຈັດຕັ້ງໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ໄດ້ຈັດຂື້ນເປັນທາງການໃນຕອນເຊົ້າຂອງວັນທີ 14 ມັງກອນ 2026 ຢູ່ສະໂມສອນຂອງໂຮງຮຽນ ເປັນກຽດເຂົ້າຮ່ວມຂອງສະຫາຍ ເພັດສະໄໝ ໄຊຍະທິຈັກ ກໍາມະການຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ ມີຄູ-ອາຈານ ນັກສຶກສາທິດສະດີລະບົບຂັ້ນຕົ້ນ, ຂັ້ນກາງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ອຸທິດ ແກ້ວລາ ຮອງຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ ຂື້ນຜ່ານນິຕິກຳຂອງຂັ້ນເທິງຈຳນວນ 2 ສະບັບ, ອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປັບປຸງ ກ່ຽວກັບສິດ ແລະ ໜ້າທີ່ຂອງຄະນະກຳມະການປົກຄອງແຂວງ, ອີງຕາມ ການຄົ້ນຄວ້າ ແລະ ຕົກລົງເຫັນດີເປັນເອກະພາບຂອງຄະນະປະຈຳພັກແຂວງ ແລະ ນິຕິກຳທີ່ກ້ຽວຂ້ອງ ເລຂາພັກແຂວງ, ເຈົ້າແຂວງບໍລິຄຳໄຊ ຕົກລົງ ເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ຈົ່ງຊົ່ງ ຈົ່ງເຕັ່ງ ເປັນເລຂາໜ່ວຍພັກ ທັງເປັນຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງບໍລິຄຳໄຊ, ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ດາວສັງຄົມ ອິນທິລາດ ເປັນຮອງເລຂາໜ່ວຍພັກ ທັງເປັນຮອງຫົວໜ້າໂຮງຮຽນທິດສະດີ ການເມືອງ ແລະ ການປົກຄອງແຂວງ, ບົ່ງຕົວແຕ່ງຕັ້ງສະຫາຍ ປອ ແສງທະວີ ແສງພະຈັນ ເປັນຜູ້ກວດກາໜ່ວຍພັກ ທັງເປັນຮອງຫົວໜ້າໂຮງຮຽນທິດສະດີ ການເມືອງແລະ ການປົກຄອງແຂວງ.

ໂອກາດນີ້ ສະຫາຍ ເພັດສະໄໝ ໄຊຍະທິຈັກ ຕາງໜ້າໃຫ້ຄະນະປະຈຳພັກແຂວງ ໄດ້ຍົກໃຫ້ເຫັນການຊັບຊ້ອນບົ່ງຕົວແຕ່ງຕັ້ງໜ້າທີ່ຂັ້ນພະນັກງານນຳພາ-ຄູ້ມຄອງຂອງໂຮງຮຽນ ໂດຍອີງໃສ່ການຄົ້ນຄວ້າເຫັນດີເປັນເອກະພາບຂອງຄະນະປະຈຳພັກແຂວງ ອີງໃສ່ສະພາບຈຸດພິເສດຂອງກົມກອງ ແລະ ຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກໄລຍະປັດຈຸບັນ. ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະຫົວໜ້າໂຮງຮຽນຈົ່ງໄດ້ສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ່ຮັບມອບໝາຍ, ເຕົ້າໂຮມຄວາມສາມັກເປັນປຶກແຜ່ນ ນຳພາ-ຊີ້ນຳ ວຽກງານໃຫ້ມີຜົນສຳເລັດ
