ຄະນະຜູ້ແທນຂັ້ນສູງ ບໍລິຄໍາໄຊ – ຮ່າຕິ່ງ ສືບຕໍ່ພົວພັນວຽກງານໃນດ້ານຕ່າງໆ ຮ່ວມກັນ

  ອີງຕາມບົດບັນທຶກກອງປະຊຸມ ຂອງຄະນະຜູ້ແທນຂັ້ນສູງ ລະຫວ່າງ ແຂວງບໍລິຄຳໄຊ ແລະ ແຂວງ ຮ່າຕິ່ງ ຄັ້ງວັນທີ 14 ພະຈິກ 2025 ທີ່ສອງຝ່າຍ ໄດ້ລົງນາມຮ່ວມຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ ຮ່ວມກັນ, ໃນຕອນບ່າຍວັນທີ 15 ມັງກອນນີ້ ຢູ່ທີ່ ດ່ານຊາຍແດນ ສາກົນ ເກົາແຈ໋ວ ທ່ານ ຟານທຽນດິ້ງ ຮອງເລຂາຄະນະພັກແຂວງ ແລະ ປະທານຄະນະກຳມະ
ການປະຊາຊົນແຂວງ ຮາຕິ່ງ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບການເດີນທາງ ໄປຮ່ວມເຄື່ອນໄຫວເຮັດວຽກຂອງ ຄະນະຜູ້ແທນແຂວງບໍລິຄຳໄຊ ນຳໂດຍທ່ານ ຄຳເແຫວນ ປັນຍານຸວົງ ຮອງເລຂາຄະນະພັກແຂວງ ປະທານຄະນະກຳມະການ ປົກຄອງແຂວງ ບໍລິຄໍາໄຊ ພ້ອມດ້ວຍຄະນະ.
ໃນວາລະດໍາເນີນກອງປະຊຸມ ຄະນະຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽກັນ ລາຍງານສະພາບລວມ – ຂອບເຂດທີ່ຕັ້ງອັນສໍາຄັນ – ທ່າແຮງ ຍຸດທະສາດການພັດທະນາເສດຖະກິດໃນດ້ານຕ່າງໆ ທີ່ພົ້ນເດັ່ນ ພາຍໃນແຂວງຂອງຕົນໃຫ້ກັນ ແລະ ກັນຊາບ. ພ້ອມດຽວກັນນັ້ນຄະນະຜູ້ແທນທັງສອງຝ່າຍທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນ ປະກອບຄໍາຄິດເຫັນ ແລະ ຕີລາຄາສູງຕໍ່ຜົນການຮ່ວມມືລະຫວ່າງສອງແຂວງ ໃນໄລຍະຜ່ານມາ ຕາມບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມຮ່ວມກັນ. ທັງນີ້ກໍ່ເພື່ອເປັນການສຸມໃສ່ ການແລກປ່ຽນຂໍ້ມູນ ກ່ຽວກັບການຮ່ວມມືວຽກງານໃນດ້ານຕ່າງໆ ໃນໄລຍະຜ່ານມາຮ່ວມກັນ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີຄວາມຖືກຕ້ອງ – ສອດຄ່ອງ ກັບບັນດາໜ້າວຽກຕົວຈິງຂອງແຕ່ລະຝ່າຍ. ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານດ້ານການລົງທຶນ ໃນໂຄງການກໍ່ສ້າງ – ຍົກລະດັບ ແລະ ຂະຫຍາຍເສັ້ນທາງເຊື່ອມຕໍ່ ລະຫວ່າງ ດ່ານສາກົນນໍ້າພາວ ແລະ ດ່ານສາກົນເກົາແຈວ ໄລຍະເສັ້ນທາງເບື້ອງລາວ. ການອຳນວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍຂອງຄົນ, ຍານພາຫະນະ ແລະ ສິນຄ້າ. ການສ້າງຕັ້ງເຂດຮ່ວມມືເສດຖະກິດຊາຍແດນ ຮ່າຕິ່ງ – ບໍລິຄໍາໄຊ ການສືບຕໍ່ຮ່ວມມືວຽກງານ ປກຊ – ປກສ ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນຂອບເຂດຊາຍແດນ ແລະ ການທູດຊາຍແດນ ແລະ ບັນດາວຽກງານໃນດ້ານອື່ນໆ ອີກຈໍານວນໜຶ່ງ.
ໂດຍລວມແລ້ວຄະນະຜູ້ແທນທັງສອງຝ່າຍ ແມ່ນມີຄວາມເຫັນດີ ສືບຕໍ່ປະສານງານຢ່າງໃກ້ຊິດ ພ້ອມທັງນໍາເອົາຜົນສໍາເລັດຂອງກອງປະຊຸມ ລາຍງານຕໍ່ ລັດຖະບານຂອງແຕ່ລະຝ່າຍ ເພື່ອບັນລຸຄວາມເຫັນ ເອກະພາບກ່ຽວກັບນະໂຍບາຍໃນດ້ານຕ່າງໆ ທີ່ສອງຝ່າຍ ໄດ້ພົວພັນແລກປ່ຽນວຽກງານຮ່ວມກັນ. ເພື່ອເຮັດໃຫ້ແຜນການພົວພັນຮ່ວມມືທັງສອງຝ່າຍໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີຄວາມຖືກຕ້ອງ – ສອດຄ່ອງກັບທ່າແຮງ ແລະ ລະບຽບການຂອງສອງປະເທດວາງອອກ. ໃນຕອນທ້າຍຂອງພິທີ ຕາງໜ້າຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ໃຫ້ກຽດລົງນາມເຊັນບົດບັນທຶກຮ່ວມກັນ ຕາງໜ້າຝ່າຍ ແຂວງ ບໍລິຄໍາໄຊ ໃຫ້ກຽດລົງນາມໂດຍ ທ່ານ ວິໄຊ ພູມີ ຫົວໜ້າ ພະແນກ ຍທຂ ແຂວງ ເຊັນຮ່ວມກັບ ທ່ານ ເຈີນຫວຽດຮ່າ ຫົວໜ້າຄຸ້ມຄອງເຂດເສດຖະກິດ ແຂວງ ຮ່າຕິ່ງ ໂດຍມີຄະນະຜູ້ແທ່ນຂັ້ນສູງທັງສອງຝ່າຍ ບໍລິຄໍາໄຊ – ຮາຕິ່ງ ເຂົ້າຮ່ວມເປັນສັກຂີພະຍານ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa