ພິທີປະກາດບ້ານໂພນສີ ເມືອງໄຊຈໍາພອນ ເປັນບ້ານໂພສະນາການຕົວແບບ

ໂດຍປະຕິບັດຕາມຂໍ້ຕົກລົງຂອງ ຄະນະກຳມະການປົກຄອງເມືອງ ສະບັບເລກທີ 92/ມຊພ, ລົງວັນທີ 30 ເມສາ 2025 ແລະ ຂໍ້ຕົກລົງຂອງທ່ານປະທານຄະນະກຳມະການປົກຄອງເມືອງ ສະບັບເລກທີ 284/ຄປມ, ລົງວັນທີ 22 ທັນວາ 2025 ວ່າດ້ວຍການຮັບຮອງເອົາ ບ້ານໂພນສີ ເປັນບ້ານໂພສະນາການຕົວແບບ.
ໃນວັນທີ 13 ມັງກອນ 2026 ນີ້ຢູ່ທີ່ເດີ່ນຫ້ອງການ ບ້ານໂພນສີ ໄດ້ມີພິທີເປີດ ບ້ານໂພນສີ ເມືອງໄຊຈໍາພອນ ເປັນບ້ານໂພສະນາການຕົວແບບ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ໄກສອນ ຈັນສີນາ ກໍາມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງໄຊຈໍາພອນ, ທ່ານ ຟອງສາລີ ຫຼວງມີໄຊ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ນາງ ຄູນວິໄລ ໄຊຍະຈັກ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ແກ້ວຕາ ສົມພັນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ທ່ານ ວັນໄຊ ພະສີໄຄ ນາຍບ້ານໂພນສີ, ມີບັນດາທ່ານການນໍາຂັ້ນເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານວິຊາການ, ອໍານາດການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນບ້ານໂພນສີເຂົ້າຮ່ວມ.
ທ່ານ ນາງ ຄູນວິໄລ ໄຊຍະຈັກ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດການສ້າງບ້ານໂພສະນາການຕົວແບບ. ບ້ານໂພນສີ ມີເນື້ອທີ່ 1,779 ກວ່າເຮັກຕ່າ ໃນນັ້ນ ແບ່ງອອກເນື້ອທີ່ການຜະລິດ 190 ຮຕ , ເນື້ອທີ່ນາ 38,1 ຮຕ, ເນື້ອທີ່ໄຮ່ໝູນວຽນ 42,7 ຮຕ. ບ້ານ ໂພນສີ ມີ 169 ຄອບຄົວ, ມີ 159 ຫຼັງຄາ, ມີປະຊາກອນທັງໝົົດ 812 ຄົນ, ຍິງ 381 ຄົນ, ມີ 12 ໜ່ວຍ, ມີ 03 ຊົນເຜົ່າໃຫຍ່ດໍາລົງຊີວິດຢູ່ຮ່ວມກັນຄື: ເຜົ່າລາວລຸ່ມ, ເຜົ່າຕຸມ ແລະ ຜ້ອງ, ໃນການປະເມີນຕົວຊີ້ບອກທີ່ຕິດພັນກັບຂະແໜງການຕ່າງໆທີ່ສາມາດຢັ້ງຢືນເຖິງຜົນສໍາເລັດໃນການສ້າງບ້ານໂພສະນາການຕົວແບບມີທັງໝົດ 25 ຕົວຊີ້ບອກ ໃນນັ້ນຕິດພັນກັບຫຼາຍຂະແໜງການ 03 ຕົວຊີ້ບອກ, ຂະແໜງກະສິກໍາ ແລະ ສີ່ງແວດລ້ອມ 05 ຕົວຊີ້ບອກ, ຂະແໜງສຶກສາ ແລະ ກິລາ 07 ຕົວຊີ້ບອກ ແລະ ຂະແໜງສາທາລະນະສຸກ 10 ຕົວຊີ້ບອກ ເຊິ່ງມັນໄດ້ຊີ້ໃຫ້ເຫັນກິດຈະກໍາຕ່າງໆ ທີ່ຕິດພັນກັບແຕ່ລະຂະແໜງການຄື: ມີການປະສານງານ ແລະ ວາງແຜນຈຸລະພາກຮ່ວມກັບຫຼາຍຂະແໜງການໂດຍອີງໃສ່ 22 ກິດຈະກຳທີ່ເປັນບູລິມາສິດໃນຍຸດທະສາດແຫ່ງຊາດດ້ານໂພສະນາການ, ມີການຈັດກອງປະຊູມເພື່ອປຶກສາຫາລືວຽກງານດ້ານໂພສະນາການຢ່າງໜ້ອຍ 04 ຄັ້ງຕໍ່ປີ,

ມີ ອສບ ທີ່ຜ່ານການສຶກສາອົບຮົມຄວາມຮູ້ພຶື້ນຖານດ້ານໂພສະນາການ ແລະ ຮັບປະກັນດ້ານສະບຽງອາຫານ, ມີແຜນການຈັດຕັ້ງກະສິກຳເພື່ອໂພສະນາການປະກອບມີ ການຜະລິດພືດຜັກ, ໝາກໄມ້, ນ້ຳມັນພືດ ແລະ ອື່ໆ ລວມທັງກິດຈະກຳຜະລິດທາດຊີ້ນ ໂປຣຕີນສູງທັງ ສັດນ້ຳ ແລະ ແມງໄມ້, ໂຮງຮຽນປະຖົມ ແລະ ອຸນຸບານໄດ້ນຳໃຊ້ແຫຼ່ງນ້ຳດື່ມທີ່ມີການປັບປຸງແລ້ວສະອາດ, ປອດໄພ ແລະ ໄດ້ນຳໃຊ້ສິ່ງອຳນວນຄວາມສະດວກດ້ານສຸຂາພິບານ, ມີການໃຫ້ສຸຂະສຶກສາ ແລະ ຄຳປຶກສາກ່ຽວກັບການດູແລ ແລະ ໃຫ້ອາຫານເດັກນ້ອຍ, ເດັກອ່ອນ ລວມທັງໂພສະນາການຂອງແມ່, ມີການເຝົ້າລະວັງ ໂດຍສະເພາະແມ່ນພະຍາດທີ່ເກີດຈາກການຂາດໂພສະນາການ ແລະ ແມ່ຍິງຖືພາ, ແມ່ຍິງຫຼັງເກີດລູກ 03 ເດືອນ, ແມ່ຍິງ 12-15 ປີ ພາຍໃນບ້ານໄດ້ຮັບການເສີມຈຸລະສານອາຫານຕາມກຳນົດ
ພ້ອມນັ້ນທ່ານປະທານ, ຄະນະປະທານ, ບັນດາທ່ານທີ່ເຂົ້າຮ່ວມຍັງໄດ້ເປີດແຜ່ນປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອປະກາດເອົາບ້ານໂພນສີ ເປັນບ້ານໂພສະນາການຕົວແບບ ຢ່າງເປັນທາງການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa