ວັນທີ 16 ມັງກອນ 2026 ທ່ານ ສົມສົດ ແສງອາພອນ ຄະນະປະຈຳພັກແຂວງ, ປະທານອົງການກວດກາລັດແຂວງ ພ້ອມຄະນະພະແນກ ຍທຂ ແຂວງ ໄດ້ລົງຕິດຕາມ – ຊຸກຍູ້ໂຄງການ ກໍ່ສ້າງທາງເວັ້ນເທດສະບານເມືອງປາກຊັນອີງຕາມການລາຍງານຂອງເຈົ້າຂອງໂຄງການໃຫ້ຮູ້ວ່າໂຄງການກໍ່ສ້າງທາງເວັ້ນເມືອງປາກຊັນມີ 3 ສັນຍາ ປູດ້ວຍຢາງຂົ້ວ ( ອັສຟ່ານ ) ຄວາມໜາ 5 ຊມ, ລວງຍາວ 24,324 ກມ, ໜ້າທາງແລ່ນໄດ້ 4 ເລນ, ຄວາມກວ້າງໜ້າທາງ 24 ແມັດ ເຂດຊຸມຊົນ ແລະ ເຂດທົ່ວໄປ ກວ້າງ 17 ແມັດ, ມີການກໍ່ສ້າງຂົວເບຕົ່ງອັດແຮງ 3 ແຫ່ງ, ລວງຍາວທັງໝົດ 282 ແມັດ, ໄລຍະເວລາການກໍ່ສ້າງ 36 ເດືອນລາຍລະອຽດດັ່ງນີ້:

– ສັນຍາກໍ່ສ້າງທາງໄລຍະທີ 1 ແຕ່ວົງວຽນສົ້ນຂົວນໍ້າຂອງແຫ່ງທີ່ 5 ( ປາກຊັນ – ບຶງການ ) ຫາ ທາງ 4 ເບ( ທາງຫຼວງແຫ່ງຊາດເລກທີ 21 ), ລວງຍາວ 10,775 ກມ, ໜ້າທາງກ້ວາງ 24 ແມັດ, ໄລຍະທາງຄົບກັນ, ກ້ວາງ17 ແມັດ, ໄລຍະທົ່ວໄປ, ມູນຄ່າກໍ່ສ້າງ 201.526 ຕື້ ກີບ;
– ສັນຍາກໍ່ສ້າງທາງໄລຍະທີ 2 ແຕ່ທາງ 4 ເບ( ທາງຫຼວງແຫ່ງຊາດເລກທີ 21 ) ຫາ ບ້ານນາສົ້ມມໍ( 3 ແຍກ 13 ໃຕ້ ), ລວງ 13,553 ແມັດ, ມູນຄ່າກໍ່ສ້າງ 248.197 ຕື້ ກີບ;
– ສັນຍາ ກໍ່ສ້າງຂົວ 3 ແຫ່ງ ( ນໍ້າເຕັກ, ນໍ້າງຽບ, ນໍ້າຊັນ ), ລວມລວງຍາວ 282 ແມັດ, ໜ້າຂົວກ້ວາງ 20 ແມັດ, ມູນຄ່າກໍ່ສ້າງ 217.996 ຕື້ ກີບ.
ປະຈຸບັນຜູ້ຮັບເໝົາສະເໜີສືບຕໍ່ພັດທະນາທາງເວັ້ນ ເມືອງປາກຊັນ ເພື່ອຫັນປ່ຽນຮູບແບບການລົງທຶນ ທີ່ນໍາໃຊ້ງົບປະມານຂອງລັດ ມາເປັນການລົງທຶນແບບ BOT ໂດຍປະຕິບັດຕາມແຈ້ງການຂອງຫ້ອງ ວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 1865/ຫສນຍ, ລົງວັນທີ 5 ພະຈິກ 2025;
ໃນຕອນບ່າຍຂອງວັນດຽວກັນ ທ່ານ ຍັງໄດ້ສົມທົບຄະນະພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງລົງຢ້ຽມຢາມສູນຜະລິດກະສິກຳເປັນສິນຄ້າທ່າກົກຄູນ ຕາມຂໍ້ມູນທີ່ຫົວໜ້າສູນໄດ້ລາຍງານ ສຳລັບສູນຜະລິດກະສິກຳທ່າກົກຄູນມີເນື້ອທີ່ທັງໝົດ 119 ເຮັກຕ່າ, ພາຍໃນສູນມີເຮືອນຮົ່ມປູກພືດ 05 ຫຼັງ, ໂຮງເຮືອນກ້າເບ້ຍໄມ້ໃຫ້ໝາກ 01 ຫຼັງ, ໂຮງເຮືອນຊຳເບ້ຍຢາງພາລາ 01 ຫຼັງ, ຄອກງົວ 01 ຫຼັງ ມີງົວຈຳນວນ 22 ໂຕ ແລະ ສຳເລັດທົດລອງປະສົມພັນທຽມງົວ ໄດ້ 3 ໂຕ, ລ້ຽງໄກ່ລາດຈຳນວນ 200 ໂຕ ແລະ ສະໜອງລູກໄກ່ໃຫ້ຊາວກະສິກອນໄດ້ 700 ໂຕ, ຜະລິດແນວພັນເຂົ້າລຸ້ນ 3 ໄດ້ 09 ໂຕ່ນ, ຜະລິດລູກປາ ແລະ ກົບໄດ້ 20,000 ໂຕ. ນອກຈາກນີ້ ທາງສູນຍັງໄດ້ຈັດຝຶກອົບຮົມດ້ານທັກສະການຜະລິດກະສິກຳໃຫ້ຊາວກະສິກອນ ມີ 4 ກິດຈະກຳ ມີຊາວກະສິກອນເຂົ້າຮ່ວມທັງໝົດ 128 ເທື່ອຄົນ.
