ການນຳແຂວງບໍລິຄຳໄຊ ແລະ ກຳລັງ ປກຊ ແລະ ປກສ ວາງພວງມະລາ ແລະ ກະຕ່າດອກໄມ້ ຢູ່ອານຸສາວະລີນັກຮົບນິລະນາມ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ

ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ 20 ມັງກອນ 1949 – 20 ມັງກອນ 2026 ໃນຕອນເຊົ້າທີ 20 ມັງກອນ 2026 ນີ້ ການນຳແຂວງບໍລິຄຳໄຊ ໄດ້ວາງເຂົ້າວາງພວງມະລາຢູ່ອານຸສາວະລີນັກຮົບນິລະນາມ, ວາງກະຕ່າດອກໄມ້ຢູ່ອານຸສາວະລີ ທ່ານ ສີສົມພອນ ລໍວັນໄຊ, ອານຸສອນສະຖານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ແລະ ຈູດທູູບບູຊາ ຢູ່ຫໍບູຊາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ລວມທັງໝົດ 4 ພາກສ່ວນເຂົ້າຮ່ວມ.
ພິທີການໄດ້ເລີ່ມຕົ້ນດ້ວຍຄະນະພັກ ຄະນະປົກຄອງແຂວງ ນຳໂດຍ ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ເລຂາພັກແຂວງບໍລິຄໍາໄຊ, ຂົງເຂດການເມືອງ, ຕໍ່ດ້ວຍຄະນະພັກກອງບັນຊາການທະຫານແຂວງ ແລະ ຄະນະພັກ ຄະນະກອງບັນຊນການ ປ ກ ສ ແຂວງ ທັງນີ້ກໍ່ເພື່ອສະແດງເຖິງ ຄວາມເຄົາລົບຮັກ ຄວາມກະຕັນຍູ້ຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີ ນໍ້າໃຈຕໍ່ສູ້ພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍ່ຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອ, ເຫື່ອແຮງເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ແລະ ບໍ່ຍອມຈໍານົນ ພາຍໃຕ້ ການນຳພາ – ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສົມກຽດ ແລະ ສະຫງ່າຜ່າເຜີຍ ແລະ ນໍາເອົາອະທິປະໄຕ ຜືນແຜ່ນດິນອັນຄົບຖວ້ນ ມາສູ່ຄົນລາວທີ່ແທ້ຈິງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa