
ວັນທີ 26 ມັງກອນ 2026 ນີ້, ສະຫະພັນນັກຮົບເກົ່າແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຂວງ ຄັ້ງທີ 2 ສະໄໝທີ V ປະຈຳປີ 2025 ຂຶ້ນ ຢູ່ທີ່ຫ້ອງປະຊຸມຫ້ອງການ ຂອງຕົນ. ໂດຍພາຍໃຕ້ ການເປັນປະທານ ຂອງທ່ານ ພັນເອກ ຄໍາສາຍ ພັນດານຸວົງ ກຳມະການ ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປະທານ ສະຫະພັນນັກຮົບເກົ່າ ແຂວງບໍລິຄຳໄຊ. ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ວັນເລີນ ປຸ້ຍໄມນີ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີປະທານ ແລະ ຫົວໜ້າຫ້ອງການ ສະຫະພັນນັກຮົບເກົ່າ 7 ເມືອງ, ມີບັນດາແຂກ ຕາງໜ້າຈາກແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ປກຊ- ປກສ ແລະ ແຮງງານສະຫວັດດີການສັງຄົມແຂວງ ພ້ອມດ້ວຍພະນັກງານຂະແໜງການ ພາຍໃນສະຫະພັນນັກຮົບເກົ່າແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ພັນໂທ ທອງເພັດ ວົງສາລີ ຮອງປະທານ ສະຫະພັນນັກຮົບເກົ່າແຂວງ ໄດ້ສະຫຼຸບຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີ ຜ່ານມາ ບົນພື້ນຖານເຮັດໃຫ້ສະພາບ ມີຄວາມສະຫງົບ, ມີຄວາມເປັນເອກະພາບກັນ ຫັນເອົາທິດທາງແຜນການຂອງຂັ້ນເທິງມາຈັດຕັ້ງຜັນຂະຫຍາຍປະຕິບັດຢ່າງຖືກຕ້ອງ ພ້ອມກັນ ເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນ ວຽກງານການເມືອງ-ນຳພາແນວຄິດ ໄດ້ຖືເປັນສຳຄັນໃນການນຳເອົາບັນດາ ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ-ກົດໝາຍຂອງລັດ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ໃຫ້ພະນັກງານ – ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບແນວທາງຂອງພັກ ແຜນນະໂຍບາຍຂອງລັດ ແລະ ຍັງໄດ້ເອົາໃຈໃສ່ ຕໍ່ວຽກງານ ສ້າງເສດຖະກິດ ການຜະລິດກຸ້ມຕົນເອງ ເພິ່ງຕົນເອງ ຂອງຄອບຄົວນັກຮົບເກົ່າ ເພື່ອແກ້ໄຂຊີວິດການເປັນຢູ່ ຫຼຸດຜ່ອນຄວາມທຸກຍາກ, ນອກນັ້ນ ວຽກງານພົວພັນຕ່າງປະເທດ ສະຫະພັນນັກຮົບເກົ່າແຂວງ ໄດ້ປະສານສົມທົບ ແລະ ສືບຕໍ່ຮ່ວມມື, ຮັດແໜ້ນຄວາມສາມັກຄີກັບ ສະມາຄົມນັກຮົບເກົ່າແຂວງ ຮ່າຕິ່ງ ສສ ຫວຽດນາມຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ໃນທຸກໆປີ. ພ້ອມນັ້ນ ບັນດາທ່ານຜູ້ແທນກອງປະຊຸມຍັງໄດ້ປະກອບຄຳຄິດ-ຄຳເຫັນ ເພື່ອເຮັດໃຫ້ບົດສະຫຼຸບ ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ.
ຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງ ທ່ານ ວັນເລີນ ປຸ້ຍໄມນີ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຜົນງານ ທີ່ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງ ຍາດໄດ້ຜົນງານຫຼາຍດ້ານທີ່ພົ້ນເດັ່ນໃນ 1 ປີຜ່ານມາ, ພ້ອມທັງເນັ້ນໜັກໃຫ້ ເອົາໃຈໃສ່ສຶກສາອົບຮົມ-ການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີ, ປຸກລະດົມພະນັກງານ, ສະມາຊິກໃນຖັນແຖວນັກຮົບເກົ່າ ໃຫ້ມີຄວາມຮູ້ຄວາມສາມາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັນປະຕິບັດຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນຟົດຟື້ນ. ເອົາໃຈໃສ່ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ເປັນແບບຢ່າງທີ່ດີໃຫ້ຄົນຮຸ່ນສືບທອດຕະຫຼອດໄປ. 
