ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ III ສະໄໝທີ VIII ໄດ້ໄຂ້ຂຶ້ນໃນວັນທີ 27 ມັງກອນ 2026 ທີ່ຫ້ອງປະຊຸມເບີ 4 ພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະຊຸມໂດຍສະຫາຍ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາພັກແຂວງບໍລິຄໍາໄຊ, ມີບັນດາຄະນະປະຈຳພັກແຂວງ, ຄະນະບໍລິຫານງານພັກແຂວງ, ສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກົມກອງ, ອົງການຈັດຕັ້ງ, ເລຂາພັກເມືອງ 7 ເມືອງເຂົ້າຮ່ວມ.ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ຈາກ ທ່ານ ຄໍາແຫວນ ປັນຍານຸວັງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນສຳເລັດ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າເຊິ່ງແຂວງຂອ
ງພວກເຮົາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ກໍ່ຄືການແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງ ແຕ່ພາຍໃຕ້ການນໍາພາຂອງຄະນະພັກ-ຄະນະກຳມະການປົກຄອງແຕ່ລະຂັ້ນ ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິຕ່າງໆ ທີ່ຄະນະພັກຂັ້ນເທິງວາງອອກ ເຮັດໃຫ້ແຂວງ ຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດຖະກິດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ວັດທະນະທໍາ-ສັງຄົມ ໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາດີຂຶ້ນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ມີແນວຄິດ ອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ຢ່າງທົ່ວເຖິງ, ເປັນເຈົ້າການເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງຕັ້ງໜ້າ, ປະຊາຊົນມີການພັດທະນາ ຊີວິດການເປັນຢູ່ດີຂຶ້ນເປັນກ້າວໆເສດຖະກິດຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 4,92% (ມະຕິສະພາຮັບຮອງ 5%, ແຜນ ປີ 2025 ກຳນົດ 5,1%), ລວມຍອດຜະລິດຕະພັນພາຍໃນແຂວງ GPP ປະຕິບັດໄດ້ 15.249,79 ຕື້ກີບ (ລື່ນ ແຜນສະພາຮັບຮອງ 72,99%), ສະເລຍຕໍ່ຫົວຄົນ 44 ລ້ານກວ່າກີບ ຫຼື 1.922 ໂດລາ (ມະຕິສະພາຮັບຮອງ ສະເລ່ຍ 24 ລ້ານກວ່າກີບ/ຄົນ), ແຍກຕາມຂະແໜງການດັ່ງນີ້: ຂະແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວ 4,85% ກວມ 35,30%, ຂະແໜງອຸດສາຫະກຳ-ກໍ່ສ້າງ ຂະຫຍາຍຕົວ 3,20% ກວມ 43,54%, ຂະແໜງບໍລິການ ຂະຫຍາຍຕົວ 7,43% ກວມ 21,16% ຂອງ GPP. ດ້ານການລົງທຶນ: ປະຕິບັດໄດ້ 1.839,14 ຕື້ກີບ ລື່ນແຜນ 5,1% (ແຜນ 1.749,71 ຕື້ກີບ) ໃນນີ້: ການລົງທຶນຂອງລັດ: ໄດ້ 172,7 ຕື້ກີບ ລື່ນແຜນ 6,33% (ແຜນ 162,4 ຕື້ກີບ); ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ: 962,73 ຕື້ກີບ ເທົ່າກັບ 99,39% ຂອງແຜນປີ, ການຊ່ວຍເຫຼືອທາງການເພື່ອການພັດທະນາ: 406,98 ຕື້ກີບ ໃນນີ້: ຊ່ວຍເຫຼືອລ້າ 27,20 ຕື້ກີບ, ທຶນ ພັດທະນາທ້ອງຖິ່ນ ແລະ ພະລັງງານລົມ 379,77 ຕື້ກວ່າກີບ (ແຜນປີ 120,61 ຕື້ກີບ);ການລົງທຶນຈາກລະບົບການເງິນ-ເງິນຕາ: ປະຕິບັດໄດ້ 7.326,52 ຕື້ກີບ, ປ່ອຍກູ້ສະສົມ 1.270,06 ຕື້ກີບ, ເພີ່ມຂຶ້ນ 293,75 ຕື້ກີບ, ເທົ່າກັບ 58,95% ຂອງແຜນປີ (ແຜນປີ 498,24 ຕື້ກີບ). ປີ 2025 ສາມາດເກັບລາຍຮັບໄດ້ທັງໝົດ 2.509,91 ຕື້ກີບ, ລື່ນແຜນປີ 48,37% ໃນ ນັ້ນ: ພູດສູນກາງ 1.101,66 ຕື້ກີບ, ລື່ນແຜນປີ 69,49%; ພຸດທ້ອງຖິ່ນ 1.408,25 ຕື້ກີບ ລື່ນແຜນປີ 35,20%; ລາຍຈ່າຍ 787,92 ຕື້ກີບ ເທົ່າກັບ 98% ຂອງແຜນປີ ແລະ ໄດ້ຖືສໍາຄັນການເບີກຈ່າຍເງິນເດືອນໃຫ້ເປັນປົກກະຕິ. ການຜະລິດເຂົ້າ ປະຕິບັດໄດ້ 40.227 ຮຕ, ນໍ້າຖ້ວມເສຍຫາຍ 3.355,3 ເຮັກຕາ, ຍັງເຫຼືອ 36.922 ຮຕ, ຜະລິດຕະພາບ 3,65 ຕ/ຮຕ, ຜົນຜະລິດ 134.750 ໂຕນ ເທົ່າກັບ 89,99% ຂອງແຜນປີ; ການປູກພືດສະບຽງອາຫານ: ໄດ້ 5.465,64 ຮຕ, ນໍ້າຖ້ວມເສຍຫາຍ 84,36 ຮຕ ເນື້ອທີ່ ເກັບກ່ຽວ 5.381,28 ຮຕ, ຜົນຜະລິດ 44.610 ໂຕນ ເທົ່າກັບ 80,29% ຂອງແຜນປີ; ການຜະລິດເຂົ້າເປັນ ສິນຄ້າ: ໄດ້ 12.984 ຮຕ, ນໍ້າຖ້ວມເສຍຫາຍ 1.086 ເຮັກຕາ, ເນື້ອທີ່ຍັງເຫຼືອ 11.898 ຮຕ, ຜົນຜະລິດ 40.960 ໂຕນ, ມູນຄ່າ 307 ຕື້ກວ່າກີບ ເທົ່າກັບ 98,98% ຂອງແຜນປີ; ການຜະລິດເປັນສິນຄ້າ: ໄດ້ 34.332,3 ຮຕ, ນໍ້າຖ້ວມ 3.085,6 ຮຕ, ຍັງເຫຼືອ 31.246,7 ຮຕ, ຜົນຜະລິດ 459.276 ໂຕນ, ມູນຄ່າ 1.040 ຕື້ກວ່າກີບ ລື່ນແຜນປີ 47,49%; ສະເລ່ຍການບໍລິໂພກຊີ້ນ, ປາ, ໄຂ່ ແລະ ອື່ນໆໄດ້ 65 ກລ/ຄົນ/ປີ ເທົ່າກັບ 100% ຂອງແຜນປີ; ມູນຄ່າສິນຄ້າດ້ານການລ້ຽງສັດ ແລະ ປາ ທັງໝົດ 1.347,54 ຕື້ກວ່າກີບ; ອອກອະນຸຍາດ ຂຸດຄົ້ນໄມ້ທ່ອນ 42 ຊຸດ, ຈໍານວນ 5.365 ທ່ອນ, ບໍລິມາດ 13.619,4 ແມັດກ້ອນ; ອອກອະນຸຍາດເຄື່ອນຍ້າຍ ໄມ້ແປຮູບ 30 ຊຸດ, ຈໍານວນ 21.095 ໂຕ, ບໍລິມາດ 1.278,59 ແມັດກ້ອນ; ອອກໃບຢັ້ງຢືນສິ່ງແວດລ້ອມໄດ້ 30 ຫົວໜ່ວຍ ລື່ນແຜນປີ 50%, ຕໍ່ໃບຢັ້ງຢືນສິ່ງແວດລ້ອມໄດ້ 36 ຫົວໜ່ວຍ ເທົ່າກັບ 20% ຂອງແຜນປີ; ຂຶ້້ນທະບຽນອອກໃບຕາດິນໄດ້ 12.359 ຕອນ ເທົ່າກັບ 33,21% ຂອງແຜນປີ (ກະຊວງ) ແລະ 87,03% ຂອງ ແຜນປີ (ແຂວງ), ປະລິມານນໍ້າຝົນ ສະເລ່ຍ 3.101,1 ມມ (ລື່ນປີຜ່ານມາ 40,7 ມມ), ລະດັບນໍ້າສູງສຸດ 12,74 ແມັດ, ຕໍ່າສຸດ 2,02 ແມັດ; ອຸນຫະພູມອາກາດສູງສຸດ 38 ອົງສາ, ຕໍ່າສຸດ 7,5 ອົງສາ.

ກອງປະຊຸມບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດ-ຄໍາເຫັນໃສ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ເລຂາພັກເມືອງ 7 ຕົວເມືອງ ຍັງໄດ້ລາຍງານວຽກງານທີ່ພົ້ນເດັ່ນໂດຍສັງເຂບປະຈຳປີ 2025 ແລະ ທິດທາງແຜນການປີ 2026 ຕື່ມອີກ.