
ງານມະຫາກຳແຂ່ງຂັນກິລາ – ສິລະປະນັກຮຽນມັດທະຍົມສຶກສາທົ່ວແຂວງບໍລິຄໍາໄຊ ຄັ້ງທີ 7 ໄດ້ຈັດຂຶ້ນຢູ່ເດີ່ນໂຮງຮຽນ ມສ ບໍລິຄັນ ເມືອງບໍລິຄັນ ເຊິ່ງໄດ້ດຳເນີນການແຂ່ງຂັ້ນມາແຕ່ວັນທີ 25 ມັງກອນ 2026 ມາໃນຕອນບ່າຍຂອງວັນທີ 27 ມັງກອນໄດ້ເປີດງານເປັນທາງການ ໃຫ້ກຽດເຂົ້າຮ່ວມກ່າວເປີດງານຕັດແທບຜ້າ ລັ່ນຄ້ອງ 9 ບາດຂອງ ທ່ານ ສົມໃຈ ຄຸນພະໄຊ ຮອງປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ທັງເປັນປະທານກິດຕິມະສັກ, ທ່ານ ລົມ ແພງສຸກ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ທ່ານ ທອງໃບ ທອງໃສ ປະທານຄະນະກຳມະການປົກຄອງເມືອງບໍລິຄັນ, ມີຄະນະນຳ-ຄູຝຶກ, ນັກກິລາຈາກ 7 ຕົວເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງຫຼວງຫຼາຍ.

ງານມະຫາກຳກິລາ-ສິລະປະນັກຮຽນມັດທະຍົມສຶກສາທົ່ວແຂວງບໍລິຄຳໄຊ ຄັ້ງທີ 7 ເມືອງບໍລິຄັນ ໄດ້ຮັບກຽດເປັນເຈົ້າພາບເປັນຄັ້ງທີ 2 ຄັ້ງທີ 1 ໃນປີ 2014 ຄັ້ງນີ້ປະກອບມີ 8 ປະເພດກິລາ ຊີງໄຊຫຼຽນຄຳທັງຫມົດ 50 ລາຍການ ແລະ ລາຍການແຂ່ງ ສິລະປະຟ້ອນ 1 ລາຍການ, ຮ້ອງເພງ 1 ລາຍການ. ໃນພິທີໄດ້ຮັບຊົມການເດີນຂະບວນ ກ້ອນກຳລັງ ກອງດຸລິຍາງເຍົາວະຊົນທັນວາ ກອງດຸລິຍາງຂຶ້ນກັບອົງການຈັດຕັ້ງຊາວໜຸ່ມແຂວງ, ປະກອບກ້ອນກຳລັງຈາກໂຮງຮຽນແຕ່ງທອງ. ຕໍ່ດ້ວຍຂະບວນເຊີນປ້າຍຄຳຂັວນ “ຊົມເຊີຍງານມະຫາກຳກິລາ-ສິລະປະນັກຮຽນມັດທະຍົມທົ່ວແຂວງບໍລິຄຳໄຊຄັ້ງທີ 7 ຢ່າງສຸດໃຈ! ທີ່ເມືອງບໍລິຄັນ ເປັນເຈົ້າພາບ, ຄັ້ງວັນທີ 27 – 30 ມັງກອນ 2026 .” ກ້ອນກຳລັງປ້າຍໂລໂກ້ສັນຍາລັກເມືອງບໍລິຄັນ ສັນຍາລັກໂລໂກ້ງານຄັ້ງນີ້ ໄດ້ກຳນົດເອົາຖ້ຳນາງຜົມຫອມເປັນສັນຍາລັກຂອງງານ. ຂະບວນເຊີນທຸງຊາດ ແລະ ທຸງກິລາຂຶ້ນສູ່ຍອດເສົາທຸງ ເພື່ອເປັນການບອກກ່າວໃຫ້ຮູ້ວ່າງານມະຫາກຳກິລາ-ສິລະປະນັກຮຽນມັດທະຍົມທົ່ວແຂວງຄັ້ງທີ 7 ທີ່ເມືອງບໍລິຄັນເປັນເຈົ້າພາບ ໄດ້ເລີ່ມຕົ້ນເປີດຂື້ນຢ່າງເປັນທາງການ. ກ້ອນກໍາລັງເຍົາວະຊົນ ເຍົາວະຊົນແມ່ນອົງການຈັດຕັ້ງມະຫາຊົນໜຶ່ງເປັນຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງເຍົາວະຊົນ, ກ້ອນກໍາລັງຊາວໜຸ່ມແມ່ນອົງການຈັດຕັ້ງມະຫາຊົນໜຶ່ງມີພາລະບົດບາດໜ້າທີ່ໃນການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີຊາວໜຸ່ມ, ໄວໜູ່ມບັນດາເຜົ່າເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ສືບທອດພາລະກິດຂອງພັກ. ກ້ອນກໍາລັງ ແມ່ຍິງ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງໃນລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ທີ່ມີພາລະບົດບາດ ໜ້າທີ່ຄຽງຄູ່ ກັບທຸກວຽກງານ. ຂະບວນກຳມະການຕັດສິນ ເຊິ່ງກຳມະການຕັດສິນແມ່ນພາກສ່ວນຫນຶ່ງທີ່ສຳຄັນເພື່ອເຮັດໃຫ້ການແຂ່ງຂັນກິລາມີຄວາມຍຸດຕິທຳ, ໂປ່ງໃສ ແລະ ຮັກສາໄດ້ຄວາມສາມັກຄີລະຫວ່າງນັກກິລາດ້ວຍກັນ.

ຕໍ່ດ້ວຍຄະນະນຳ ແລະ ນັກກິລາຈາກເມືອງຄຳເກີດ, ໄດ້ສົ່ງການນຳຄູຝຶກ, ນັກກິລາ ແລະ ສິລະປະເຂົ້າຮ່ວມທັງໝົດຈຳນວນ 150 ຄົນ, ຍິງ 50 ຄົນ, ເຂົ້າຮ່ວມແຂ່ງຂັນ 6 ປະເພດ ກິລາ ແລະ ສີລະປະ 4 ລາຍການ, ຕໍ່ດ້ວຍຂະບວນຄະນະນຳ ແລະ ນັກກິລາຈາກເມືອງໄຊຈຳພອນ ໄດ້ສົ່ງການນຳຄູຝຶກ, ນັກກິລາ ແລະ ສິລະປະເຂົ້າຮ່ວມທັງໝົດຈຳນວນ 66 ຄົນ, ຍິງ 10 ຄົນ ສົ່ງເຂົ້າຮ່ວມ 4 ປະເພດກິລາຄື: ແລ່ນ-ລານ, ເປຕັ່ງ , ໜ້າເກັກ, ໝາກຂ່າງ ແລະ ສິລະປະ 4 ລາຍການ, ກ້ອນກຳລັງຄະນະນຳ ແລະ ນັກກິລາຈາກ ເມືອງທ່າພະບາດ, ສົ່ງການນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ ຄັ້ງນີ້ມີທັງໝົດ 175 ຄົນ, ຍິງ 60 ຄົນ, ເຂົ້າຮ່ວມ 7 ປະເພດກິລາ ແລະ ສົ່ງນັກແຂ່ງຂັນສິລະປະຟ້ອນ ແລະ ຮ້ອງເພງ 4 ລາຍການ, ກ້ອນກຳລັງຄະນະນຳ ແລະ ນັກກິລາຈາກເມືອງປາກຊັນ, ສົ່ງການນຳຄູຝຶກ, ນັກກິລາ ແລະ ສິລະປະເຂົ້າຮ່ວມທັງໝົດຈຳນວນ 183 ຄົນ, ຍິງ 83 ຄົນ ເຂົ້າຮ່ວມແຂ່ງຂັນ 6 ປະເພດກິລາ, ສີລະປະ 4 ລາຍການ, ຂະບວນຄະນະນຳ ແລະ ນັກກິລາຈາກເມືອງ ປາກກະດິງ ສົ່ງການນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຄັ້ງນີ້ມີທັງໝົດ ຈຳນວນ 146 ຄົນ, ຍິງ 48ຄົນ, ປະກອບມີ 8 ປະເພດກິລາ ແລະ ສິລະປະເຂົ້າຮ່ວມແຂ່ງຂັນ 4 ລາຍການ ບົດຟ້ອນ 2 ແລະ ຮ້ອງເພງ 2 ລາຍການ, ກ້ອນຄະນະນຳ ແລະ ນັກກິລາຈາກເມືອງເມືອງວຽງທອງ, ໄດ້ສົ່ງການນຳຄູຝຶກ, ນັກກິລາ ແລະ ສິລະປະເຂົ້າຮ່ວມທັງໝົດຈຳນວນ 85 ຄົນ , ຍິງ 30 ຄົນ, ເຂົ້າຮ່ວມແຂ່ງຂັນທັງຫມົດ 6 ປະເພດກິລາ ແລະ ສີລະປະ 4 ລາຍການ, ສຳລັບຄະນະນຳ ແລະ ນັກກິລາຈາກ ເມືອງເຈົ້າພາບ ບໍລິຄັນ, ສົ່ງການນຳ, ຄູຝຶກ ແລະ ນັກກິລາເຂົາຮ່ວມຄັ້ງນີ້ມີທັງໝົດ 192 ຄົນ, ຍິງ 96 ຄົນ, ເຂົ້າຮ່ວມ 8 ປະເພດກິລາ ແລະ ນັກແຂ່ງຂັນ ສິລະປະຟ້ອນ 2 ລາຍການ ບົດຮ້ອງ 2 ລາຍການ ແລະ ຕໍ່ດ້ວຍກ້ອນກຳລັງ ລັງ ຄູ – ອາຈານ, ກ້ອນກຳລັງ ຕ້ານຢາເສບຕິດ, ພາຍໃນງານຍັງໄດ້ຮັບຊົມການສະແດງສິລະປະຈາກນ້ອງນັກຮຽນ ມສ ບໍລິຄັນ, ມສ ຜາເມືອງ ແລະ ມສ ສົມມຸງຄຸນ. ງານມະຫາກຳແຂ່ງຂັນກິລາ – ສິລະປະນັກຮຽນມັດທະຍົມສຶກສາທົ່ວແຂວງບໍລິຄໍາໄຊ ຄັ້ງທີ 7 ຈະໄດ້ດຳເນີນໄປຮອດວັນທີ 30 ມັງກອນຈຶ່ງຈະສຳເລັດ. 
