
ປະກາດການຈັດຕັ້ງຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດຂຶ້ນຕອນບ່າຍໃນວັນທີ 28 ມັງກອນ 2026 ນີ້ ຢູ່ທີ່ຫ້ອງປະຊຸມເບີ 2 ຂອງແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດສະໃໝ ໄຊຍະທິຈັກ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ທ່ານ ລົມເຢັນ ສີສຸວົງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ມີຕາງໜ້າຊາວໜຸ່ມຮາກຖານ ຈາກພະແນກການ ແລະ ເລຂາຊາວໜຸ່ມເມືອງອ້ອມຂ້າງເຂົ້າຮ່ວມ

ທັງນີ້ກໍ່ເພື່ອປະຕິບັດຕາມຂໍ້ຕົກລົງແຕ່ງຕັ້ງຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ອີງຕາມກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບປັບປຸງໃໝ່ ເລກທີ 78/ສພຊ ລົງວັນທີ 20 ມີນາ 2015
ໜວດທີ IV ມາດຕາ 20 ກ່ຽວກັບສິດ ແລະ ໜ້າທີ່ຂອງຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ອີງຕາມດໍາລັດຂອງລັດຖະບານ ສະບັບເລກທີ 203/ລບ ລົງວັນທີ 4 ກໍລະກົດ 2017 ວ່າດ້ວຍຕໍາແໜ່ງບໍລິຫານ ຂອງພະນັກງານ-ລັດຖະກອນ ອີງຕາມການຄົ້ນຄວ້າ ແລະ ຕົກລົງເຫັນດີເປັນເອກະພາບ ຂອງຄະນະປະຈໍາພັກແຂວງ ຄັງວັນທີ 5 ມັງກອນ 2026 ອີງຕາມໜັງສືແຈ້ງຕອບ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບເລກທີ 31/ສຊປລ ລົງວັນທີ 20 ມັງກອນ 2026 ເຈົ້າແຂວງຕົກລົງເຫັນດີແຕ່ງຕັ້ງ ທ່ານ ນາງ ຄໍາຜົງ ສີສຸວັນທອງ ແລະ ທ່ານ ດຣ ລັດຕະນະ ພຣະສະຫວັດ ເປັນຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໃຫ້ກຽດມອບຂໍ້ຕົກລົງ ໂດຍແມ່ນທ່ານ ເພັດສະໃໝ ໄຊຍະທິຈັກ ຫົວໜ້າຄະນະຈັດຕັ້ງແຂວງ ໃນຕອນທ້າຍພິທີຍັງໄດ້ຮັບຟັງ ການໃຫ້ທິດຊີ້ນໍາ ຈາກຫົວໜ້າຄະນະຈັດຕັ້ງແຂວງ ສໍາລັບການແຕ່ງຕັ້ງ ແລະ ສັບປ່ຽນໜ້າທີ່ ແມ່ນເປັນການປັບປຸງຄວາມຮັບຜິດຊອບ ຂອງພະນັກງານນໍາພາຄຸ້ມຄອງ ຕໍ່ວຽກງານຊາວໜຸ່ມແຂວງ ໃຫ້ກາຍເປັນກໍາລັງແຮງ ໃນການຂັບເຄື່ອນ ບັນດາໜ້າທີ່ວຽກງານ ຕາມທິດທາງຂອງຂັ້ນເທິງ ເພື່ອສືບຕໍ່ພາລະກິດອັນໃຫຍ່ຫຼວງ ສະນັ້ນການແຕ່ງຕັ້ງຮອງເລຂາຄະນະບໍລິຫານງານຊາວ
ໜຸ່ມແຂວງໃນຄັ້ງນີ້ ແມ່ນຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໃຫ້ມີໃບໜ້າອັນໃໝ່ ແລະ ໄດ້ຮັບການພັດທະນາດີຂຶ້ນເລື້ອຍໆໄປ. 
