
ສະຫຼຸບຕີລາຄາຄືນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ທົ່ວແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 29 ມັງກອນ 2026 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາພັກແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ, ມີສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ຫົວໜ້າຫ້ອງການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ, ມີຮອງປະທານ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມຫງົບແຂວງ, ປະທານ ແລະ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ,

ບັນດາພະແນກການ, ຫ້ອງການອ້ອມຂ້າງແຂວງ ແລະ ພະນັກງານຫຼັກແຫຼ່ງຈາກກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຄຳແພນ ວິລືທຳ ຄະນະປະຈຳພັກແຂວງ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ, ໄດ້ຜ່ານ ບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄລຍະ 1 ປີ ຜ່ານມາ ໂດຍຍົກໃຫ້ເຫັນຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍູ້ງຍາກ ລວມທັງບາງບົດຮຽນທີ່ສາມາດຖອດຖອນໄດ້, ຜ່ານມາຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງໄດ້ຊີ້ນຳຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນທົ່ວແຂວງຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາເສດຖະກິດ-ສັງຄົມ ຕາມທິດ 3 ສ້າງຢ່າງມີຈຸດສຸມ, ກວດກາເກັບກຳຂໍ້ມູນ, ປົກປັກຮັກສາເຂດຍຸດທະສາດ ແລະ ຈັດຕັ້ງກຳລັງປະຕິບັດລະບອບປະຈຳການກຽມພ້ອມສູ້ຮົບຢ່າງເປັນລະບົບຄົບຊຸດຕະຫຼອດ 24 ຊົ່ວໂມງຢ່າງເຂັ້ມງວດ, ເອົາໃຈໃສ່ປ້ອງກັນຊາຍແດນດ້ານຕາເວັນອອກ ແລະ ຕາເວັນຕົກໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຄະນະບັນຊາແຕ່ລະຂັ້ນ ແລະ ການຈັດຕັ້ງທຸກພາກສ່ວນໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃນທຸກຂັ້ນໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ຈັດຕັ້ງກໍາລັງກຽມພ້ອມຮັບມືຕ້ານໄພພິບັດ ແລະ ປະກອບພາຫະນະ, ວັດຖຸອຸປະກອນເຂົ້າຊ່ວຍພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ຈັດຕັ້ງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບປ້ອງກັນເວນຍາມສຳນັກງານ, ອົງການ, ຄ້າຍຄູ, ສາງຄັງ, ຈຸດຫຼໍ່ແຫຼມ, ເສັ້ນທາງສໍາຄັນ, ຂົວ, ປ້ອງກັນວັນສໍາຄັນຂອງ ພັກ-ລັດ ໄດ້ດີຕະຫຼອດມາ ສາມາດເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບ ຮ້ອຍ, ເສດຖະກິດໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.
ໂດຍລວມແລ້ວເຫັນວ່າປະຊາຊົນມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ປະຕິບັດມະຕິ, ຄຳສັ່ງ, ເຄົາລົບ ລະບຽບ-ກົດໝາຍ, ສຸມໃສ່ທຳການຜະລິດສ້າງເສດຖະກິດຄອບຄົວດີຂຶ້ນ, ຕັ້ງໜ້າປະຕິບັດ
ສອງໜ້າທີ່ຍຸດທະສາດ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳເຫັນ ພ້ອມຊີ້ແຈງຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ຈາກຜູ້ຕາງໜ້າ 2 ກຳລັງ ແລະ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ເຊິ່ງຍົກໃຫ້ເຫັນວິທີການ, ລວມທັງມາດຕະ ການໃນການແກ້ໄຂບາງຂໍ້ຄົງຄ້າງໃນຕໍ່ໜ້າ ແລະ ອັນສະເພາະເປັນບ່ອນອີງເພື່ອແກ້ໄຂວຽກຈຸດສຸມໃນ 1 ປີຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້. 
