ປະກາດແຕ່ງຕັ້ງ ແລະ ຊັບຊ້ອນພະນັກງານ ດຳລົງຕຳແໜ່ງບໍລິຫານຂອງດ່ານສາກົນປາກຊັນ ( ຂົວມິດຕະພາບ 5 )

ພິທີປະກາດແຕ່ງຕັ້ງຊັບຊ້ອນພະນັກງານດຳລົງຕຳແໜ່ງບໍລິຫານຂອງດ່ານສາກົນປາກຊັນ ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2026 ຢູ່ຫ້ອງປະຊູມຂອງຕົນ ໂດຍການເປັນປະທານຂອງ ທ່ານ ເພັດສະໄໝ ໄຊຍະທິຈັກ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາຫົວໜ້າຄະນະຄຸ້ມຄອງດ່ານ, ຮອງຫົວໜ້າພະແນກການ, ຂະແໜງການ ພະນັກງານທີ່ຂຶ້ນກັບ, ແຂກຖືກເຊີນ ເຂົ້າຮ່ວມ .
ໃນພິທີ ຕາງໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງ ສະບັບເລກທີ 60/ຂບຊ ລົງວັນທີ 21 ມັງກອນ 2026 ອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນແຫ່ງ ສປປ ລາວ (ສະບັບປັບປຸງ) ສະບັບເລກທີ 78/ສພຊ ລົງວັນທີ 20 ມີນາ 2025, ໝວດທີ IV ມາດຕາ 20 ກ່ຽວກັບສິດ ແລະ ໜ້າທີ່ ຂອງຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ. ອີງຕາມ ດຳລັດຂອງລັດຖະບານ ສະບັບເລກທີ 643/ລບ, ລົງວັນທີ 25/11/2024 ວ່າດ້ວຍດ່ານເຂົ້າ-ອອກ ສບປ ລາວ, ອີງຕາມ ການຄົ້ນຄວ້າ ແລະ ຕົກລົງເຫັນດີເປັນເອກະພາບຂອງຄະນະປະຈຳພັກແຂວງ ຄັ້ງວັນທີ 14 ມັງກອນ 2026, ອີງຕາມ ໜັງສືສະເໜີຂອງຄະນະຈັດຕັ້ງແຂວງ ສະບັບເລກທີ 70 /ຄຈຂ, ລົງວັນທີ 20 ມັງກອນ 2026 ເຈົ້າແຂວງ ຕົກລົງ: ເຫັນດີແຕ່ງຕັ້ງ ແລະ ຊັບຊ້ອນພະນັກງານດໍາລົງຕໍາແໜ່ງບໍລິຫານຂອງດ່ານສາກົນປາກຊັນ ຈຳນວນ 5 ທ່ານ ແລະ ວິຊາການ 2 ທ່ານ ດັ່ງລາຍຊື່ລຸ່ມນີ້: ແຕ່ງຕັ້ງ ທ່ານ ບຸນຍັງ ສຸລິພາ ເປັນຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນບາກຊັນ, ແຕ່ງຕັ້ງ ທ່ານ ວັນນາ ພັນນຸລາດ ເປັນຫົວໜ້າຫ້ອງການບໍລິຫານດ່ານ ນ. ວິໄລສອນ ບັນຍາສັກ ເປັນຮອງຫົວໜ້າຫ້ອງການບໍລິຫານດ່ານ ແລະ ຊັບຊ້ອນ ທ່ານ ນ. ສາຍສະໝອນ ແກ້ວລາ ແລະ ທ່ານ ນ້ອຍ ສຸລິຍາ ພະນັກງານວິຊາການລົງປະຈຳຢູ່ດ່ານສາກົນປາກຊັນ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ສະບັບເລກທີ 1432/ກສ, ລົງວັນທີ 25 ກັນຍາ 2025, ພະແນກກະສິກຳ ແລະ ສິ່ງແວດລ້ອມ ຕົກລົງ: ເຫັນດີແຕ່ງຕັ້ງພະນັກງານເປັນຫົວໜ້າ ແລະ ຮອງຂະແໜງ ກັກກັນ ( ພືດ, ສັດ ປ່າໄມ້, ອາຫານ ແລະ ຢາ, ຄຸ້ມຄອງພະຍາດຕິດຕໍ່) ປະຈຳດ່ານສາກົນປາກຊັນ ທ່ານ ອາດ ພົມມະສານ ເປັນຫົວໜ້າຂະແໜງ; ທ່ານ ຄຳຜ່ານ ອິນທິສານ ເປັນຮອງຫົວໜ້າຂະແໜງ ທ່ານ ນ.ຈັນທະມາລີ ລັດຕະນະວິຈິດ ເປັນຮອງຫົວໜ້າຂະແໜງ, ທ່ານ ທອງພຸດ ຜິວທອງວົງສາ ເປັນຮອງຫົວໜ້າຂະແໜງ.
ຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຈາກທ່ານປະທານ ເຊີ່ງທ່ານໄດ້ຍົກໃຫ້ເຫັນເຖີງຄວາມໝາຍຄວາມສຳຄັນໃນການແຕ່ງຕັ້ງບູກຄະລາກອນແມ່ນເປັນການຈັດວາງບູກຄະລາກອນໃຫ້ຖືກຕ້ອງຕາມຕຳແໜ່ງງານສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງຈົ່ງໄດ້ຍົກສູງຄວາມຮັບຜິດຊອບປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa