ການນຳຂັ້ນສູງ ແຂວງ ກາເມົາ ສສ ຫວຽດນາມ ເຂົ້າອວຍພອນການນຳ ແຂວງບໍລິຄຳໄຊ

  
ວັນ 8 ເມສາ 2026 ຢູ່ຫ້ອງຮັບຮອງຂອງແຂວງ ສະຫາຍ ຄຳແຫວນ ປັນຍານຸວົງ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານປົກຄອງແຂວງພ້ອມຄະນະ ໄດ້ເປັນກຽດຕ້ອນຮັບ ສະຫາຍ ບູ່ຍຕ໋ວນໄບ້ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ກາເມົາ ສສ ຫວຽດນາມ ເນື່ອງໃນໂອກາດທີ່ສະຫາຍພ້ອມຄະນະໄດ້ມາອວຍພອນປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້.
ສະຫາຍ ສະຫາຍ ຄຳແຫວນ ປັນຍານຸວົງ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານປົກຄອງແຂວງ ຕາງໜ້າໃຫ້ຄະນະບໍລິຫານງານພັກແຂວງ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບອົກຂອບໃຈ ມາຍັງສະຫາຍ ບູ່ຍຕ໋ວນໄບ້ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ກາເມົາ ສສ ຫວຽດນາມ ທີ່ໄດ້ສະຫຼະເວລາເຂົ້າມາອວຍພອນປີໃໝ່ລາວໃນຄັ້ງນີ້, ພ້ອມນັ້ນທັງສອງຝ່າຍຍັງໄດ້ຖືເອົາໂອກາດດັ່ງກ່າວນີ້ ລາຍງານສະພາບການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງແຂວງ ໃຫ້ກັນຊາບ, ສຳລັບການເສີມຂະຫຍາຍມູນເຊື້ອສາຍພົວພັນແບບພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແຂວງບໍລິຄຳໄຊ-ແຂວງກາເມົາໃນນາມແຂວງ ແຮກສ່ຽວ ທັງສອງຝ່າຍ ໄດ້ເພີ່ມພູນຄູນສ້າງສາຍພົວພັນຮ່ວມມືມິດຕະພາບອັນດີງາມ ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາຫຼາຍຂຶ້ນເລື້ອຍໆ ໂດຍສະເພາະ ຫຼາຍຂົງເຂດວຽກງານໄດ້ປະສານຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ພ້ອມທັງຢືນຢັນວ່າ ຈະສືບຕໍ່ພົວພັນຮ່ວມມື, ເປັນມິດທີ່ດີຂຶ້ນໄປເລື້ອຍໆ ສືບຕໍ່ປະຕິບັດຕາມບົດບັນທຶກສັນຍາຮ່ວມມື ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ໃນໂອກາດປີໃໝ່ລາວ 2026 ນີ້ ຂໍອວຍພອນໄຊແດ່ອໍານາດການປົກຄອງ ຕະຫຼອດຮອດປະຊາຊົນຊາວແຂວງບໍລິຄໍາໄຊ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສຳເລັດໃນໜ້າທີ່ການງານທຸກດ້ານ ແລະ ໃຫ້ຍືນຍົງ ຕະຫຼອດໄປ.
ການເຂົ້າອວຍພອນຄັ້ງນີ້ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ທີ່ມີໃຫ້ກັນຕະຫຼອດມາ ພ້ອມທັງເປັນການສືບຕໍ່ຮັກສາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ດັ່ງກ່າວ ໃຫ້ມີຄວາມໝັ້ນຄົງທະນົງແກ່ນ ຕະຫຼອດໄປ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa