ຝຶກອົບຮົມໃຫ້ແກ່ນັກປຸກລະດົມບໍລິຈາກເລືອດ ແລະ ຜູ້ສະໝັກໃຈບໍລິຈາກເລືອດໃຫ້ແກ່ບັນດາພະແນກການອ້ອມຂ້າງແຂວງ

ໃນວັນທີ 3 ເມສາ 2026 ນີ້ ອົງການກາແດງແຂວງບໍລິຄໍາໄຊ ໄດ້ຈັດຝຶກອົບຮົມໃຫ້ແກ່ນັກປຸກລະດົມບໍລິຈາກເລືອດ ແລະ ຜູ້ສະໝັກໃຈບໍລິຈາກເລືອດ ໃຫ້ແກ່ບັນດາພະແນກການອ້ອມຂ້າງແຂວງຂຶ້ນ ຢູ່ທີ່ຫ້ອງປະຊຸມເບີ 3 ຂອງແຂວງ ໂດຍໃຫ້ກຽດເຂົ້າຮ່ວມໃນພິທີຂອງທ່ານ ນາງ ນິດຕາ ເພັງສະຫວັດ ຮອງຫົວໜ້າອົງການການແດງແຂວງບໍລິຄໍາໄຊ ມີບັນດາຕາງໜ້າພະແນກການອ້ອມຂ້າງແຂວງເຂົ້າຮ່ວມຝຶກອົບຮົມ.
ຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ ໂດຍປະຕິບັດຕາມພາລະບົດບາດ ສິດ ໜ້າທີ່ຂອງອົງການກາແດງລາວ ກໍ່ຄື 9 ໜ້າວຽກທີ່ໄດ້ລະບຸໄວ້ໃນກົດໝາຍ ສະບັບເລກທີ 28/ສພຊ ລົງວັນທີ 31 ຕຸລາ 2027 ວ່າດ້ວຍວຽກງານກາແດງລາວ ແລະ ຂໍ້ຕົກລົງຂອງປະທານອົງການກາແດງແຫ່ງຊາດລາວ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຖາບັນເລືອດແຫ່ງຊາດ ສະບັບເລກທີ 0258/ກດລ ລົງວັນທີ 15 ມີຖຸນາ 2022 ການເຄື່ອນໄຫວວຽກງານກາແດງ ກໍ່ແມ່ນຂະບວນການຈັດຕັ້ງປະຕິບັດວຽກງານມະນຸດສະທໍາ ທີ່ມີການເຂົ້າຮ່ວມຂອງສັງຄົມ ນັ້ນກໍ່ຄື ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ການປຸກລະດົມຂົນຂວາຍການບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ ການສົ່ງເສີມສຸຂະພາບຂັ້ນພື້ນຖານ ການປະຖົມພະຍາບານ ການກູ້ໄພສຸກເສີນ ການໂຄສະນາຂົນຂວາຍແຫຼ່ງທຶນ ການສ້າງສະມາຊິກ ແລະ ອາສາສະໝັກກາແດງການສືບທາວຫາຍາດພີ່ນ້ອງ ການພົວພັນ ແລະ ການຮ່ວມມືສາກົນ ວຽກງານການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ ກໍ່ແມ່ນວຽກງານໜຶ່ງທີ່ນອນຢູ່ໃນ 9 ໜ້າວຽກຂອງອົງການກາແດງແຫ່ງຊາດລາວວາງອອກ ສະນັ້ນຈຶ່ງໄດ້ມີການຈັດຝຶກອົບຮົມ ນັກປຸກລະດົມຮັບບໍລິຈາກເລືອດ ແລະ ຜູ້ສະໝັກໃຈລົງທະບຽນນີ້ຂຶ້ນ ໃຫ້ບັນດາພະແນກການອ້ອມຂ້າງແຂວງ ເພື່ອໃຫ້ຮັບຮູ້ ເປັນຫຍັງຈຶ່ງຕ້ອງມີການບໍລິຈາກເລືອດແບບຕື່ນຕົວສະໝັກໃຈ ບໍລິຈາກເລືອດໂດຍບໍ່ຫວັງສິ່ງຕອບແທນ ຄວາມຮູ້ກຽ່ວກັບເລືອດ ແລະ ການບໍລິຈາກເລືອດ ໜ້າທີ່ຂອງເລືອດ ການນໍາໃຊ້ເລືອດ ແລະ ການຄາດຄະເນຄວາມຕ້ອງການເລືອດ ການພັດທະນາໃຫ້ຄວາມຮູ້ສ້າງແຮງຈູງໃຈ ແລະ ເຮັດວຽກຮ່ວມກັນ ໜ້າທີ່ຂອງຜູ້ປຸກລະດົມ ຜູ້ບໍລິຈາກເລືອດ ແລະ ວຽກງານອື່ນໆ. 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa