ກອງປະຊຸມຮ່ວມມືລະຫວ່າງພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ສປປລາວ ກັບສະມາຄົມມິດຕະພາບຫວຽດນາມ – ລາວ ປະຈໍາ ແຂວງຖາຍຫຽງນ ສສ ຫວຽດນາມ

 
ວັນທີ 13 ພຶດສະພາ 2026 ສະມາຄົມມິດຕະພາບຫວຽດນາມ-ລາວ, ປະຈໍາແຂວງຖາຍຫຽງນ ສສ ຫວຽດນາມ, ໄດ້ພົບປະແລກປ່ຽນບົດຮຽນຮ່ວມກັນກັບ ພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ, ຢູ່ທີ່ພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ, ແຂວງບໍລິຄຳໄຊ ໂດຍແມ່ນ ທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຝ່າຍແຂວງຖາຍຫຽງນ ນໍາໂດຍ ສະຫາຍ ຫຽງນ ກົງເຍືອງ, ຮອງປະທານຜູ້ປະຈໍາການ, ສະມາຄົມມິດຕະພາບຫວຽດນາມ-ລາວ, ປະຈໍາແຂວງຖາຍຫງຽນ ພ້ອມດ້ວຍຄະນະຜູ້ແທນທັງ 2 ຝ່າຍເຂົ້າຮ່ວມ.
ກອງປະຊຸມໄດ້ແລກປ່ຽນບົດຮຽນຮ່ວມກັນໃນການຮ່ວມມືກ່ຽວກັບການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ການເຊື່ອມໂຍງບັນດາໂຮງຮຽນວິທະຍາໄລ ທີ່ຂຶ້ນກັບສະມາຄົມບັນດາວິທະຍາໄລ,ໂຮງຮຽນເສດຖະກິດ-ເຕັກນິກ
ຂອງແຂວງຖ່າຍຫງຽນ, ໃນການພົບປະນີ້ແຂວງຖ່າຍຫງຽນ ເຫັນດີມອບທຶນການສຶກສາໃຫ້ນັກສຶກສາແຂວງບໍລິຄໍາໄຊ, ໄປຮຽນທີ່ແຂວງຖາຍຫງຽນ ໃນສົກຮຽນປີ 2026-2027, ໃນນັ້ນວິທະຍາໄລທ່ອງທ່ຽວດາລາດ, ຈະຮັບນັກຮຽນຂອງແຂວງບໍລິຄໍາໄຊ, ຈໍານວນ 20-30 ທຶນ ໃນໄລຍະຮຽນ 4 ປີ, ບໍລິສັດຫຸ້ນສ່ວນຈໍາກັດຜູ້ດຽວ, ພັດທະນາຊັບພະຍາກອນມະນຸດ, ດາຍເຍື່ອງ ເຊິ່ງເປັນຄະນະສະມາຄົມມິດຕະພາບຫວຽດນາມ-ລາວ ປະຈໍາແຂວງຖາຍຫຽງນ, ສສ ຫວຽດນາມ ມອບທຶນການສຶກສາ ຈໍານວນ 50 ທຶນ ໃຫ້ນັກຮຽນຈົບມັດທະຍົມສຶກສາຕອນປາຍ ມ.7 ໄປຮຽນຢູ່ວິທະຍາໄລຖາຍຫຽງນ ແລະ ບັນດາວິທະຍາໄລອື່ນໆ ນັກສຶກສາທີ່ຮຽນປີສຸດທ້າຍຈະໄດ້ລົງຝຶກງານ ປະຕິບັດຕົວຈິງ, ທີ່ວິສະຫະກິດFDI ຂອງບໍລິສັດ ດາຍເຍື່ອງ ພ້ອມນີ້ສະຖາບັນພັດທະນາການສຶກສາວິຊາຊີບ ATEC ແມ່ນເປັນຂົວຕໍ່ປະສານງານກັບບັນດາມະຫາວິທະຍາໄລ ທີ່ຫວຽດນາມ, ພ້ອມທັງກໍ່ສ້າງຫຼັກສູດປະລິນຍາໂທ ໃຫ້ບັນດາພະນັກງານ ແລະ ຜູ້ທີ່ມີຄວາມສົນໃຈຮຽນຢູ່ແຂວງບໍລິຄໍາໄຊ, ໄດ້ຮັບຫຼຸດຄ່າຮຽນ 50% ຕາມລະບຽບຂອງແຕ່ລະມະຫາວິທະຍາໄລ ໃຫ້ພະນັກງານຂອງແຂວງບໍລິຄໍາໄຊ ແລະ ຊ່ວຍເຫຼືອຕໍາລາຮຽນໃຫ້ພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ, ພ້ອມນີ້ໃນພິທີຍັງໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ລະຫວ່າງພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ, ສປປ ລາວ ແລະ ສະມາຄົມມິດຕະພາບຫວຽດນາມ-ລາວ ປະຈໍແຂວງຖາຍຫງຽນ ສສ ຫວຽດນາມ ໂດຍແມ່ນ ທ່ານ ໂພເພັດ ກຸນນາວົງ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ແລະ ທ່ານ ຫງຽນກົງເຍື່ອງ, ຮອງປະທານຜູ້ປະຈໍາການສະມາຄົມມິດຕະພາບຫວຽດນາມ-ລາວ, ປະຈໍາແຂວງຖາຍຫຽງນ ສສ ຫວຽດນາມ, ໂດຍຊ້ອງໜ້າຄະນະຜູ້ແທນທັງ 2 ຝ່າຍເຂົ້າຮ່ວມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa