ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສ ປປລາວ ໃຫ້ແກ່ ພະນັກງານ-ລັດຖະກອນ ພະນັກງານອາວຸໂສບໍານານ ໂຮງຮຽນການເມືອງການປົກຄອງແຂວງ

ພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສ ປປລາວ ໃຫ້ແກ່ ພະນັກງານ-ລັດຖະກອນ ພະນັກງານອາວຸໂສບໍານານ ໂຮງຮຽນການເມືອງການປົກຄອງແຂວງ ໄດ້ຈັດຂຶ້ນໃນວັນທີ 12 ມິຖຸນາ 2026 ທີ່ຫ້ອງປະຊຸມຂອງຕົນ ພາຍໃຕ້ ການເປັນປະທານຂອງ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີບັນດາເລຂາໜ່ວຍພັກຮາກຖານ, ຮອງເລຂາ, ຫົວໜ້າຂະແໜງ ຮອງຂະແໜງ ພະນັກງານຫັຼກແຫ່ຼງ ພາຍໃນໂຮງຮຽນການເມືອງການປົກຄອງແຂວງ ຕະຫຼອດຮອດພະນັກງານອາວຸໂສບໍານານເຂົ້າຮ່ວມ.
ໃນພິທີ ທ່ານຂ ອຸທິດແກ້ວລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານ ລັດຖະດໍາລັດ ຂອງປະທານປະເທດ ສະບັບເລກທີ 319 ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ພະນັກງານ-ລັດຖະກອນ ປະຈໍາການ ແລະ ບໍານານ ຂອງແຂວງບໍລິຄໍາໄຊ ລວມທັງໝົດ ຈໍານວນ 6,653 ທ່ານ ຍິງ 1,806 ທ່ານ ການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ບັນດາການນໍາ ແລະ ອະດີດການນໍາ ຂອງ ສປປ ລາວ ຄັ້ງນີ້ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການນຳຂັ້ນສູງໃນອະດີດ ແລະ ປັດຈຸບັນ ເພື່ອຫວນຄືນເຖິງວັນມະຫາໄຊຊະນະ ແຫ່ງການປະຕິວັດຊາດ ປະຊາທິປະໄຕ ລະນຶກເຖິງຜົນງານ ແລະ ການເສຍສະຼະອັນຍິ່ງໃຫຍ່ຂອງ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ບັນດາຜູ້ນຳ, ນັກປະຕິວັດ, ວິລະຊົນ, ສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ຈົນສາມາດຍາດໄດ້ເອກກະລາດແຫ່ງຊາດ ແລະ ປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.ສໍາລັບ ພະນັກງານ-ລັດຖະກອນ ປະຈໍາການ ແລະ ບໍານານ ໂຮງຮຽນການເມືອງການປົກຄອງແຂວງ ທີ່ໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃນຄັ້ງນີ້ລວມທັງໝົດມີຈໍານວນ 13 ທ່ານ ຍິງ 7 ທ່ານ ໃນນີ້ ພະນັກງານ ບໍານານ 3 ທ່ານ ຍິງ 2 ທ່ານ ແລະ ພະນັກງານ ລັດຖະກອນ ປະຈໍາການ ມີ 6 ທ່ານ, ຍິງ 5 ທ່ານ. ໃຫ້ກຽດຂຶ້ນປະດັບ ແລະ ມອບຫຼຽນກາລະນຶກ 50 ປີ ແກ່ ພະນັກງານ ລັດຖະກອນ ຜູ້ປະຈໍາການ ແລະ ບໍານານ ໃນຄັ້ງນີໂດຍແມ່ນ ທ່ານ ເລື່ອນວິໄລ ຈັນທະລາພັນ
ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ.
ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງ ການຂຶ້ນຜ່ານຂໍ້ຕົກລົງຂອງທ່ານ ປະທານຄະນະກໍາມະການປົກຄອງແຂວງ ສະບັບເລກທີ 279 ວ່າດ້ວຍການແຕ່ງຕັ້ງ ຫົວໜ້າຂະແໜງ, ຮອງຂະແໜງ ຂອງໂຮງຮຽນການເມືອງການປົກຄອງແຂວງ ປະທານຄະນະກໍາມະການປົກຄອງແຂວງ

 ໄດ້ຕົກລົງເຫັນດີ ແຕ່ງຕັ້ງ ທ່ານ ນັນທະນາ ອິນທະວົງ ຮອງຫົວໜ້າຂະແໜງວິຊາການຂຶ້ນເປັນຫົວໜ້າຂະແໜງວິຊາການ, ທ່ານ ຊາຍນ້ອຍ ສໍສຳພັນໄຊ ວິຊາການຂະແໜງວິຊາການຂຶ້ນເປັນຮອງຫົວໜ້າຂະແໜງວິຊາການ ແລະ ແຕ່ງຕັ້ງສະຫາຍ ວິໄຊ ເທບອຸໄທ ວິຊາການຂະແໜງຈັດຕັ້ງ-ພະນັກງານ ແລະ ບໍລິຫານຄຸ້ມຄອງຂຶ້ນເປັນຮອງຫົວໜ້າຂະ   ແໜງຈັດຕັ້ງ-ພະນັກງານ ແລະ ບໍລິຫານຄຸ້ມຄອງ ໃຫ້ກຽດມອບຂໍ້ຕົກລົງໂດຍແມ່ນ ທ່ານ ເລື່ອນວິໄລ ຈັນທະລາພັນ.

ຂ່າວ: ວຽງສະຫວັນ

ดูน้อยลง

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa